BEIJING FOREIGN

STUDIES UNIVERSITY

ຄະນະສາຍສະຖາບັນການພົວພັນສາກົນ

发布时间:2019-05-07

ຄະນະສາຍພົວພັນສາກົນຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສ້າງຕັ້ງຂຶ້ນໃນປີ 2006, ເຊິ່ງປະກອບດ້ວຍ ພາກ​ວິຊາການຕ່າງປະເທດຂອງຄະນະພາສາອັງກິດ ແລະ ສະ​ຖາ​ບັນຄົ້ນຄວ້າບັນຫາສາກົນ​ໃນ​ເມື່ອ​ກ່ອນ. ໃນປີ 2007 ທ່ານ Li Zhaoxing ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ໄດ້ຮັບຕຳແໜງເປັນຄະນະບໍດີກິຕິມະສັກຂອງຄະນະວິຊາ. ຢູ່ໃນຄະນະສາຍ​ພົວພັນ​ສາກົນມີພາກວິຊາການຕ່າງປະເທດ,ພາກວິຊາການເມືອງສາກົນ, ພາກການເມືອງວິທະຍາ ແລະການບໍລິຫານ, ສະຖາບັນຄົ້ນຄວ້າບັນຫາສາກົນ, ສະຖາບັນບັນນາທິການວາລະສານ《ເວທີປຶກສາ​ຫາລືສາກົນ》, ສູນຄົ້ນຄວ້າສັງຄົມສາດ ແລະ ບັນຫາສາກົນ, ສູນຄົ້ນຄວ້າສາຍພົວພັນລະຫວ່າງຕາເວັນອອກ ກັບຕາ​ເວັນຕົກ, ສູນຄົ້ນຄວ້າສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ, ສູນຄົ້ນຄວ້າການຕ່າງປະເທດສາທາລະນະ. ໃນປີ 2009 ຖານພຶດຕິ​ກຳແລະ ຄົ້ນຄວ້າການ​ສຶກສາ ນອກ​ໂຮງຮຽນທີ່​ສ້າງ​ຂຶ້ນ​ໂດຍມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ແລະ ສະພາສົ່ງເສີມການຄ້າ ສປຈີນ ,ໂດຍຄະນະສາຍ​ພົວພັນ​ສາກົນ​ເປັນ​ຜູ້​ດຳ​ເນີນ​ໂຄງການ​ນັ້ນ​ໄດ້​ຮັບປະ​ກວດ​ເປັນ​ຖານ​ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດນອກໂຮ​ງຮຽນຂອງນະຄອນຫຼວງປັກກິ່ງ. ໃນປີ 2010 ກະຊວງສຶກສາທິການໄດ້ ຈັດວິຊາ​ການ​ຕ່າງປະ​ເທດ​ຂອງ​ຄະນະ​ສາຍ​ພົວພັນ​ສາກົນໃຫ້ເປັນຈຸດ​ພັດທະນາ​ວິຊາ​ສະ​ເພາະ​ທີ່​ມີ​ສີສັນ​ພິ​ເສດ​ໃນ​​ໂຮງຮຽນ​ຊັ້ນ​ສູງຊຸດ​ທີ6ໃນທົ່ວປະເທດຈີນ,ເຊິ່ງເປັນຄັ້ງທຳອິດຂອງສາຍວິຊາດຽວກັນພາຍ​ໃນ​ປະ​ເທດ.

ຄະນະວິຊາມີພະນັກງານຄູອາຈານ 25 ທ່ານ, ເຊິ່ງໃນບັນດາອາຈານມີ ສາສະດາຈານຈໍານວນ 05 ທ່ານ, ຮອງສາສະດາຈານຈໍານວນ 12 ທ່ານ ແລະ ອາຈານ ຫຼາຍກ່ວາ80%ຈົບລະດັບການສຶກສາປະລິນຍາເອກ  ແລະ ໃນນັ້ນມີອາຈານ ຫຼາຍກ່ວາ50% ມີປະສົບການຮຽນຢູ່ຕ່າງປະເທດ​ເປັນ​ເວລາ​ໜຶ່ງ​ປີ​ຂຶ້ນ​ໄປ. ນອກນັ້ນ ຄະນະວິຊາຍັງເຊື້ອເຊີນຊ່ຽວຊານຕ່າງປະເທດໄລຍະຍາວຈໍານວນ 02 ທ່ານ ແລະ ຊ່ຽວຊານຕ່າງປະເທດໄລຍະສັ້ນ, ສາສະດາຈານມາສິດສອນ ແລະ ຍັງມີສາສະດາຈານຮັບເຊີນ, ອາຈານທີ່ສອນວິຊາທີ່ກ່ຽວຂ້ອງຂອງຄະນະວິຊາອື່ນໆພາຍໃນມະຫະວິທະຍາໄລ ແລະ ຜູ້​ດຳ​ເນີນວຽກງານການຕ່າງປະເທດທີ່​ຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ.

ຄະນະວິຊາດສາມາດມອບໃບປະກາສະນິຍາບັດປະລິນຍາໂທວິຊາການເມືອງຂັ້ນໜຶ່ງ ລວມມີ 06 ວິຊາທີ່ເປັນປະລິນຍາໂທຄຶ: ລະບອບການເມືອງຈີນ ແລະ ຕ່າງປະເທດ, ການພົວພັນສາກົນ, ການເມືອງສາກົນ, ການຕ່າງປະເທດ, ການສຶກສາພາກພື້ນ ແລະ ການ ຕ່າງປະເທດສາທາລະນະ, ພ້ອມທັງມີລະດັບປະລິນຍາເອກຂັ້ນສອງຂອງວິຊາ, ຄື:ການພົວພັນສາກົນ ແລະ ການຄົ້ນຄວ້າພາກພື້ນ, ເຊິ່ງໄດ້ເປັນລະບົບຄົບຖ້ວນ ໃນການບຳລຸງສ້າງ ຜູ້ມີຄວາມຮູ້ຄວາມສາມາດ ແຕ່ລະດັບປະລິນຍາຕີ ເຖິງ ລະດັບປະລິນຍາເອກ. ໃນປີ 2014 ມະຫາວິທະຍາໄລໄດ້ອະນຸມັດຄະນະວິຊາໃຫ້ເປີດຮັບນັກສຶກສາສາຂາວິຊາການເມືອງ ແລະ ວິຊາການບໍລິຫານລັດໃນລະດັບປະລິນຍາຕີ. ປະຈຸບັນ ແຜນການຮັບນັກສຶກສາແຕ່ລະປີຂອງຄະນະຄື: ນັກສຶກສາປະລິນຍາຕີ 96 ຄົນ, ນັກສຶກສາຕ່າງປະເທດລະດັບປະລິນຍາຕີ 15-20 ຄົນ, ນັກສຶກສາປະລິນຍາໂທ 40-45 ຄົນ, ນັກສຶກສາຕ່າງປະເທດລະດັບປະລິນຍາໂທ “ປະລິນຍາໂທສາກົນ”15-20 ຄົນ, ນັກສຶກສາປະລິນຍາເອກ 4-6 ຄົນ, ນັກສຶກສາຮຽນສອງສາຂາວິຊາຫຼື​ວິຊາ​ເພີ່ມມີຈໍານວນ 35-40 ຄົນ.

ໃນດ້ານການກຳນົດຫຼັກສູດຄະນະການພົວພັນສາກົນເອົາໃຈໃສ່ຈຸດພິເສດ ແລະ​ ສົ່ງເສີມທ່າແຮງຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ແລະ ປະຕິບັດຕາມທິດທາງທີ່ໃຫ້ຄວາມສຳຄັນຕໍ່ສາຂາວິຊາ ແລະ ພາສາຕ່າງປະເທດໄປພ້ອມໆກັນ. ໃນລະດັບປະລິນຍາຕີ, ການສຶກສາໄດ້ແບ່ງອອກເປັນ 03 ປະເພດ​ໃຫຍ່ຕາມພາສາຄື: ຫຼັກສູດການສຶກສາດ້ວຍພາສາຈີນ, ສາຂາວິຊາທີ່ຮຽນດ້ວຍສອງພາສາ ແລະ ພາສາອັງກິດ, ເຊິ່ງແຕ່ລະຫຼັກສູດກິນຈຳນວນປະມານ 1/3. ຄະນະວິຊາຮຽກຮ້ອງໃຫ້ນັກສຶກສາຮຽນເພີ່ມວິຊາພາສາ​​ແລະ​ວັນນະຄະດີພາສາອັງກິດເປັນວິຊາທີສອງ ແລະຕ້ອງຜ່ານການສອບເສັງວິຊາພາສາອັງກິດ ລະດັບ 8 (Test for English Majors-Band 8). ໃນເວລານັກສຶກສາຈົບຮຽນ ສາມາດໄດ້ຮັບໃບປະກາສະ​ນີຍະ​ບັດປະລິນຍາສາຂາວິຊາກົດໝາຍ ທີ່ມອບໂດຍ ຫ້ອງການປະລິນຍາຂອງຄະນະລັດຖະບານຈີນ ແລະ ໃບປະກາສະ​ນີຍະ​ບັດປະລິນຍາ ສອງວິຊາ ຄື ສາຂາວິຊາກົດໝາຍ ແລະ ວັນນະຄະດີ ທີ່ມອບໂດຍມະຫາວິທະຍາໄລ. ໃນລະດັບປະລິນຍາໂທ“ໂຄງການປະລິນຍາໂທສາກົນ” ແມ່ນສິດສອນດ້ວຍພາສາອັງກິດໝົດ.

ຄະນະສາຍພົວພັນສາກົນໄດ້ສ້າງຕັ້ງສາຍພົວພັນຮ່ວມມືອັນດີງາມກັບ ມະຫາວິທະຍາໄລ 10 ກວ່າແຫ່ງທັງພາຍໃນ ແລະ ຕ່າງປະເທດ,ເຊິ່ງໃນນັ້ນມີໂຄງການຮຽນປະລິນຍາຕີ ແລະ ໂທຕໍ່​ເນື່ອງໃນລະບົບ“3+2”ຮ່ວມກັບມະຫາວິທະຍາໄລ Hawaii ຂອງປະເທດອາເມລິກາ ແລະ ໄດ້ຈັດໂຄງການປະລິນຍາໂທໂດຍໄດ້ຮັບໃບປະກາດສະນີຍະບັດຈາກສອງສະຖາບັນ, ​ເຊິ່ງ ຮ່ວມກັບ ມະຫາວິທະຍາໄລ Denver ຂອງປະເທດອາເມລິກາ, ມະຫາວິທະຍາໄລ Lancaster ຂອງ ປະເທດອັງກິດ ແລະ ມະຫາວິທະຍາໄລ ມິດຕະພາບປະຊາຊົນ ຂອງປະເທດຣັດເຊຍ ແລະ ມີໂຄງການແລກປ່ຽນ ນັກສຶກສາ​ເປັນໄລຍະສັ້ນກັບມະຫາວິທະຍາໄລການເມືອງໄຕ້ຫວັນ, ມະຫາວິທະຍາໄລ Chung Cheng ໄຕ້ຫວັນ ແລະ ມະຫາວິທະຍາໄລສ້າງຄູໄຕ້ຫວັນ. ພ້ອມນັ້ນ ສະຖາບັນໄດ້ສ້າງກົນ​ໄກແລກປ່ຽນວິຊາ​ການ​ທີ່​ດີກັບສະ​ຖາ​ບັນ​ຄົ້ນຄວ້າ​ວິຊາ​ການຕ່າງປະເທດທີ່ກ່ຽວຂ້ອງ ແລະ ແຕ່ລະປີມີອາຈານຫຼາຍທ່ານໄປຮຽນຕໍ່,ທັດສະນະສຶກສາ ແລະ ເຂົ້າຮ່ວມກອງປະຊຸມວິຊາການ ຢູ່ຕ່າງປະເທດ ແລະ ກໍ່ມີນັກຊ່ຽວຊານຕ່າງປະເທດຫຼາຍທ່ານມາແລກປ່ຽນ ແລະ ຢ້ຽມຢາມຢູ່ຄະນະສາຍພົວພັນຕ່າງປະເທດ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC