BEIJING FOREIGN

STUDIES UNIVERSITY

ງານເປີດໂຕປຶ້ມໃໝ່ ປະທານຸກົມວິທະຍາສາດສັງຄົມພາສາຈີນ-ພາສາຕິເບດ-ພາສາອັງກິດ

发布时间:2023-04-24

ວັນທີ 9 ເມສາ, ມພຕປ ໄດ້ຮ່ວມກັບ ສຳນັກພິມການຄ້າ ຈັດພິທີເປີດໂຕ ປະທານຸກົມວິທະຍາສາດສັງຄົມພາສາຈີນ-ພາສາຕິເບດ-ພາສາອັງກິດ ຢູ່ສູນຄົ້ນຄວ້າການສຶກສາກ່ຽວກັບຕິເບດແຫ່ງປະເທດຈີນ ທີ່ນະຄອນຫຼວງປັັກກິ່ງ ເຊິ່ງປະທານຸກົມນີ້ເປັນປຶ້ມໃໝ່ຂອງໂຄງການພື້ນຖານສຳຄັນໃນການຄົ້ນຄວ້າວິທະຍາສາດສັງຄົມເຂດຕິເບດ.


ປະທານຸກົມນີ້ແມ່ນຜົນງານຂອງໂຄງການປະທານຸກົມຂະໜາດໃຫຍ່ທີ່ມີ ທ່ານ ຢາງຕັ່ນ, ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ, ພະນັກງານຊ່ວຍເຫຼືອເຂດຕິເບດງວດທີ 8 ທີ່ຮັບການມອບໝາຍຈາກຄະນະຈັດຕັ້ງສູນກາງພັກ ເປັນປະທານວາງແຜນຢ່າງຮອບດ້ານ ແລະ ໄດ້ຈັດຕັ້ງຜູ້ຊ່ຽວຊານຮ່ວມຈາກມະຫາວິທະຍາໄລຫຼາຍແຫ່ງ, ເຊັ່ນ: ມະຫາວິທະຍາໄລຕິເບດ, ມພຕປ, ມະຫາວິທະຍາໄລການເງິນ-ເສດຖະກິດເຂດຕາເວັນຕົກສຽງໃຕ້ ເຂົ້າຮ່ວມໃນການຮຽບຮຽງເອກະສານຂອງໂຄງການ. ປະທານຸກົມນີ້ເປັນປະທານຸກົມຂົງເຂດວິທະຍາສາດສັງຄົມຂະໜາດໃຫຍ່ທີ່ມີລັກສະນະສັງລວມ ແລະ ຮຽບຮຽງເປັນ 3 ພາສາ, ຄື: ພາສາຈີນ, ພາສາຕິເບດ ແລະ ພາສາອັງກິດເປັນຄັ້ງທຳອິດ. ໃນນັ້ນ, ຄຳສັບຈາກຂະແໜງວິຊາພາສາສາດ, ສິລະປະວິທະຍາ, ບູຮານຄະດີວິທະຍາ ແລະ ຂະແໜງວິຊາອື່ນໆສ່ວນຫຼາຍແມ່ນໄດ້ແປເປັນພາສາຕິເບດເປັນຄັ້ງທຳອິດຢ່າງເປັນລະບົບ ເຊິ່ງເປັນຜົນງານທີ່ມີຄຸນຄ່າທາງດ້ານວິຊາການ ແລະ ມີລັກສະນະບຸກເບີກ. ປະທານຸກົມນີ້ປະກອບດ້ວຍ 21 ເຫຼັ້ມ ແລະ ໄດ້ຮຽບຮຽງຄຳສັບຫຼາຍກວ່າ 45.000 ຄຳ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC