BEIJING FOREIGN

STUDIES UNIVERSITY

ກອງປະຊຸມການສຶກສາພາສາຈີນສາກົນ ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ: ທ່ານອະທິການບໍດີ ຢາງຕັ່ນ ໄດ້ເປັນປະທານ ແລະ ກ່າວຄຳເຫັນ ໃນເວທີປາໄສຄັ້ງປະຖົມມະລືກ ການແລກປ່ຽນແລະ ຮ່ວມມືດ້ານພາສາຈີນ ແລະ ພາສາຕ່າງປະເທດ

发布时间:2022-12-16

ວັນທີ 8 ທັນວາ 2022, ກອງປະຊຸມການສຶກສາພາສາຈີນສາກົນ ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ, ໂດຍມີ ທ່ານ ຊຸ່ນຊຸນລານ(Sun Chunlan), ຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ ແລະ ກ່າວຄຳປາໄສ  ແລະ ມີທ່ານ ຮວຍຈິ້ນເຜິງ (Huai Jinpeng), ລັດຖະມົນຕີກະຊວງສຶກສາທິການ ເປັນປະທານໃນພິທີເປີດ. ທ່ານ ຢາງຕັ່ນ, ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມພິທີເປີດ ທັງໄດ້ເປັນປະທານ ແລະ ກ່າວຄຳເຫັນໃນພິທີເປີດ ແລະ ພິທີປິດເວທີປາໄສ ຄັ້ງປະຖົມມະລືກ ການແລກປ່ຽນ ແລະ ຮ່ວມມືດ້ານພາສາຈີນ ແລະ ພາສາຕ່າງປະເທດ ທີ່ເປັນໜຶ່ງໃນບັນດາເວທີປາໄສຍ່ອຍ.


ເວທີປາໄສຄັ້ງປະຖົມມະລືກ ການແລກປ່ຽນ ແລະ ຮ່ວມມືດ້ານພາສາຈີນ ແລະ ພາສາຕ່າງປະເທດ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ “ການພົວພັນ, ສື່ສານ ແລະ ເຂົ້າໃຈກັນ: ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື ຜ່ານພາສາ ແລະ ວັດທະນະທຳ” ເຊິ່ງເປັນເຈົ້າພາບຈັດໂດຍ ສູນແລກປ່ຽນ ແລະ ຮ່ວມມືດ້ານພາສາຈີນແລະພາສາຕ່າງປະເທດ (the Center for Language Education and Cooperation, CLEC) ກະຊວງສຶກສາທິການ ສປ ຈີນ ແລະ ຈັດຕັ້ງປະຕິບັດຕົວຈິງ ໂດຍ ມພຕປ ແລະ ສຳນັກພິມຈຳໜ່າຍການຮຽນການສອນແລະຄົ້ນຄວ້າພາສາຕ່າງປະເທດ(FLTRP) ຜ່ານລະບົບອອນລາຍ ແລະ ອອບລາຍ. ທ່ານ ມາຈ້ຽນເຟີຍ (Ma Jianfei), ຫົວໜ້າສູນ CLEC, ທ່ານ Ali Obaid Al Dhaheri, ເອກອັກຄະລັດຖະທູດ ສະຫະນະຄອນ ເອເມຣັດ ອາຮັບ ປະຈຳ ສປ ຈີນ ໄດ້ເຂົ້າຮ່ວມພິທີເປີດ ແລະ ກ່າວຄຳເຫັນ; ທ່ານ ສຈ ນາງ  ເວີນຊິ່ວຟ່າງ (Wen Qiufang) ຈາກສະຖາບັນຄົ້ນຄວ້າພາສາທ່ານສູກົວຈ່າງຊັ້ນສູງ ມພຕປ ແລະ ສູນຄົ້ນຄວ້າພາສາຕ່າງປະເທດແລະການສຶກສາແຫ່ງປະເທດຈີນ ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ສະເພາະ. ນອກຈາກນີ້ແລ້ວ, ຍັງມີນັກປາດນັກຄົ້ນຄວ້າ ຮ້ອຍກວ່າທ່ານຈາກຕ່າງປະເທດ ກໍຄື ຜູ້ຕາງໜ້າຈາກສະຖາບັນພາສາແລະວັດທະນະທຳສິບກວ່າແຫ່ງໄດ້ເຂົ້າຮ່ວມເວທີປາໄສຄັ້ງນີ້.

ໃນເວທີປາໄສ, ຍັງໄດ້ຮັບຮອງຜ່ານ “ຂໍ້ລິເລີ່ມຮ່ວມ ວ່າດ້ວຍ ການແລກປ່ຽນ ແລະ ການຮ່ວມມືດ້ານພາສາທົ່ວໂລກ” ທີ່ລິເລີ່ມໂດຍ ສູນ CLEC ແລະ ຮັບການສະໜັບສະໜູນໂດຍສະຖາບັນພາສາແລະວັດທະນະທຳສິບກວ່າແຫ່ງ ເຊັ່ນ ສະມາຄົມການສຶກສາແລະວັດທະນະທຳອັງກິດ ເປັນຕົ້ນ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC