BEIJING FOREIGN

STUDIES UNIVERSITY

ມພຕປ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຕັ້ງ “ປະຊາຄົມ ວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນແຫ່ງປະເທດຈີນ”

发布时间:2022-11-19

ມພຕປ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຕັ້ງ “ປະຊາຄົມ ວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນແຫ່ງປະເທດຈີນ”

ວັນທີ 23 ຕຸລາ 2022, ກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຕັ້ງ “ປະຊາຄົມ ວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນແຫ່ງປະເທດຈີນ” ໄດ້ໄຂຂຶ້ນທີ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ, ອາຈານແລະ ນັກສຶກສາມະຫາວິທະຍາໄລຕ່າງໆເຂົ້າຮ່ວມ.


ວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ ແມ່ນຫຼັກສູດວິຊາຂັ້ນໜຶ່ງປະເພດທີ່ກ່ຽວຂ້ອງກັບຫຼາຍສາຂາວິຊາ ທີ່ຫາກໍສ້າງຕັ້ງຂຶ້ນໃໝ່ຂອງປະເທດຈີນ. ການທີ່ ມພຕປ ຮ່ວມກັບມະຫາວິທະຍາໄລຫຼາຍແຫ່ງໃນທົ່ວປະເທດຈີນລິເລີ່ມສ້າງຕັ້ງປະຊາຄົມດັ່ງກ່າວ ແມ່ນມີຈຸດປະສົງເພື່ອຊຸກຍູ້ການສ້າງ ແລະ ພັດທະນາຫຼັກສູດວິຊາດັ່ງກ່າວ, ສ້າງລະບົບຫຼັກສູດແລະລະບົບຄວາມຮູ້ ກ່ຽວກັບ ວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນທີ່ມີເອກະລັກສະເພາະຂອງຈີນ, ຊອກສະແຫວງຫາຮູບແບບບຳລຸງສ້າງບຸກຄະລາກອນດ້ານການຄົ້ນຄວ້າປະເທດແລະພາກພື້ນ ກໍຄື ການບໍລິຫານໂລກ, ຍົກສູງຄວາມສາມາດໃນການຮັບໃຊ້ປະເທດຊາດ, ຮັບໃຊ້ສັງຄົມ ກໍຄື ຮັບໃຊ້ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ.

ທ່ານ ຢູ ຮົງຈຸ່ນ(Yu Hongjun), ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ທ່ານ ຫຼິວເຫວີຍ(Liu Wei), ອະດີດອະທິການບໍດີມະຫາວິທະຍາໄລປະຊາຊົນຈີນ, ທ່ານ ຖານ ຟ່າງເຈິ້ງ(Tan Fangzheng), ຮອງຫົວໜ້າກົມວິທະຍາສາດສັງຄົມ ກະຊວງສຶກສາທິການ, ທ່ານ ເຈຍເພິງ(Jia Peng), ຮອງຫົວໜ້າກົມຮ່ວມມື ແລະ ແລກປ່ຽນສາກົນ ກະຊວງສຶກສາທິການ, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ຮອງອະທິການບໍດີ ມພຕປ ແລະ ທ່ານ ຈ້າວກ່າງ(Zhao Gang), ຄະນະປະຈຳພັກ, ຮອງອະທິການບໍດີ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ນອກນັ້ນ, ຍັງມີຄະນະນຳຂອງມະຫາວິທະຍາໄລ 30 ກວ່າແຫ່ງ ແລະ ບັນດານັກຄົ້ນຄວ້າ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຜ່ານລະບົບອອນລາຍ ທີ່ມາຈາກ ມະຫາວິທະຍາໄລປັກກິ່ງ, ມະຫາວິທະຍາໄລຊິງຮົວ, ມະຫາວິທະຍາໄລຟູຕ້ານ, ມະຫາວິທະຍາໄລເສດຖະກິດແລະການຄ້າສາກົນ, ມະຫາວິທະຍາໄລການເມືອງແລະກົດໝາຍແຫ່ງປະເທດຈີນ, ສະຖາບັນການຄົ້ນຄວ້າວິທະຍາສາດສັງຄົມແຫ່ງປະເທດຈີນ, ມະຫາວິທະຍາໄລສ້າງຄູຕາເວັນອອກສຽງ  ເໜືອ, ມະຫາວິທະຍາໄລພາສາຕ່າງປະເທດເສສວນ ແລະ ມະຫາວິທະຍາໄລຊິ່ນຈ່ຽງເປັນຕົ້ນ. ກອງປະຊຸມຄັ້ງນີ້ ດໍາເນີນໄປໂດຍການເປັນປະທານ ຂອງ ທ່ານ ຢາງຕັ່ນ.

ທ່ານ ຢູ ຮົງຈຸ່ນ, ທ່ານ ຫຼິວເຫວີຍ, ທ່ານ ຖານ ຟ່າງເຈິ້ງ, ທ່ານ ເຈຍເພິງ, ທ່ານ ວັງ ຕິ້ງຮົວ ແລະ ທ່ານ ຢາງຕັ່ນ ໄດ້ຮ່ວມກັນເປີດປ້າຍ “ປະຊາຄົມວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນແຫ່ງປະເທດຈີນ”,  ທ່ານ ສ.ຈ ຫຼີ ໂຢ້ເວີນ (Li Youwen), ຮອງຫົວໜ້າສະຖາບັນຄົ້ນຄວ້າການບໍລິຫານພາກພື້ນ ແລະ ສາກົນ ມພຕປ ໄດ້ອ່ານ ໜັງສືລິເລີ່ມການສ້າງ “ປະຊາຄົມວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນແຫ່ງປະເທດຈີນ” ໃນພິທີ.

ຫຼັງຈາກນັ້ນ, ທ່ານ ເຈເວີນຈ້ຽນ ໄດ້ເປັນປະທານຈັດສຳມະນາ ກ່ຽວກັບ ການສ້າງຫຼັກສູດວິຊາວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ. ຄະນະນໍາ ຈາກບັນດາມະຫາວິທະຍາໄລ ແລະ ນັກຄົ້ນຄວ້າຜູ້ຊ່ຽວຊານທັງຫຼາຍ ໄດ້ປະກອບຄຳຄິດເຫັນຂອງຕົນ ແລະ ແລກປ່ຽນກ່ຽວກັບການສ້າງຫຼັກສູດວິຊາຮຽນດັ່ງກ່າວ. ໃນນັ້ນ, ທ່ານ ຢາງຕັ່ນໄດ້ປະກອບຄຳເຫັນ ພາຍໃຕ້ຫົວຂໍ້ “ຮັບມືກັບສິ່ງທ້າທາຍຈາກການພັດທະນາຫຼັກສູດວິຊາວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນແຫ່ງປະເທດຈີນ ຜ່ານການສ້າງປະຊາຄົມ”.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC