BEIJING FOREIGN

STUDIES UNIVERSITY

ກອງປະຊຸມກະກຽມເນື້ອໃນໃຫ້ແກ່ ກອງປະຊຸມສຳມະນາການຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດ ແລະ ກອງປະຊຸມຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດທົ່ວປະເທດຈີນຄັ້ງປະຖົມມະລືກໄດ້ຈັດຂຶ້ນຢ່າງສຳເລັດຜົນ

发布时间:2022-12-05

ໃນລະຫວ່າງວັນທີ 26 ຫາ 27 ພະຈິກ 2022, ກອງປະຊຸມກະກຽມເນື້ອໃນໃຫ້ແກ່ກອງປະຊຸມສຳມະນາການຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດ ແລະ ກອງປະຊຸມຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດທົ່ວປະເທດຈີນຄັ້ງປະຖົມມະລືກ ພາຍໃຕ້ຫົວຂໍ້ "ການຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດ: ແງ່ມູມທົ່ວໂລກກັບການປະດິດສ້າງໃໝ່ໃນປະເທດຈີນ" ໄດ້ຈັດຂຶ້ນ ເຊິ່ງມີນັກຄົ້ນຄວ້າຜູ້ຊ່ຽວຊານດ້ານການສຶກສາພາສາຕ່າງປະເທດຈຳນວນເກືອບໝື່ນຄົນໄດ້ເຂົ້າຮ່ວມຜ່ານລະບົບອອນລາຍ ເພື່ອຮ່ວມກັນປຶກສາຫາລືກ່ຽວກັບທິດທາງ ແລະ ຊ່ອງທາງໃນການຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດໃນຍຸກໃໝ່ ແນໃສ່ຊຸກຍູ້ການສ້າງ ແລະ ປະດິດສ້າງໃໝ່ຕໍ່ລະບົບປຶ້ມແບບຮຽນພາສາຕ່າງປະເທດທີ່ມີເອກະລັກສະເພາະຂອງຈີນ. ທ່ານ ເຊິນ  ເໝົາ(Chen Mao), ຮອງຫົວໜ້າກົມປຶ້ມແບບຮຽນ ກະຊວງສຶກສາທິການ ສປ ຈີນ, ທ່ານ ຫວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ຫຼົວສວນມິນ(Luo Xuanmin), ປະທານສະມາຄົມຄົ້ນຄວ້າການປຽບທຽບພາສາຈີນ ແລະ ພາສາອັງກິດແຫ່ງປະເທດຈີນໄດ້ເຂົ້າຮ່ວມພິທີເປີດ ໂດຍມີ ທ່ານ ຊຸນໂຢຈົ່ງ (Sun Youzhong), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ເປັນປະທານໃຫ້ແກ່ພິທີເປີດ.

ກອງປະຊຸມຄັ້ງນີ້ໄດ້ຈັດເປັນ 3 ວາລະ ຄື: ຜ່ານບົດລາຍງານຫຼັກຂອງກອງປະຊຸມ, ກອງປະຊຸມປຶກສາຫາລືຫົວຂໍ້ສະເພາະ ແລະ ການປະກອບຄຳເຫັນໂດຍແບ່ງເປັນກຸ່ມ, ເຊິ່ງນັກຄົ້ນຄວ້າຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດໄດ້ແລກປ່ຽນຄຳຄິດເຫັນຮ່ວມກັນ ກ່ຽວກັບບັນຫາຕ່າງໆ ເຊັ່ນ: ການຮຽບຮຽບ, ການວິເຄາະ, ການນຳໃຊ້ ແລະ ການປະເມີນຜົນຕໍ່ປຶ້ມແບບຮຽນພາສາຕ່າງປະເທດສຳລັບສະຖາບັນການສຶກສາຊັ້ນປະຖົມ, ມັດທະຍົມ, ມະຫາວິທະຍາໄລ ແລະ ລະບົບອາຊີວະສຶກສາ, ການຄົ້ນຄວ້າດ້ານຮູບຖານແນວຄິດ ແລະ ວັດທະນະທຳໃນປຶ້ມແບບຮຽນ, ການຄົ້ນຄວ້າການນຳໃຊ້ຊຸດປຶ້ມແບບຮຽນ ຫົວຂໍ້ "ຄວາມເຂົ້າໃຈຕໍ່ປະເທດຈີນໃນຍຸກປັດຈຸບັນ", ການຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດຂອງຕ່າງປະເທດ, ການຄົ້ນຄວ້າປຶ້ມແບບຮຽນພາສາຕ່າງປະເທດໃນຮູບແບບໃໝ່, ສາຍພົວພັນລະຫວ່າງປຶ້ມແບບຮຽນກັບການພັດທະນາຂອງຄູອາຈານສອນພາສາຕ່າງປະເທດ ແລະອື່ນໆ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC