BEIJING FOREIGN

STUDIES UNIVERSITY

ເວທີປຶກສາຫາລືການເຜີຍແຜ່ວັດທະນະທຳຈີນ ປີ 2022 ໄດ້ຈັດຂຶ້ນທີ່ ມພຕປ

发布时间:2022-12-05

ວັນທີ 10 ພະຈິກ, ເວທີປຶກສາຫາລືການເຜີຍແຜ່ວັດທະນະທຳຈີນປີ 2022 ໄດ້ຈັດຂຶ້ນທີ່ ມພຕປ ໂດຍມີສູນເຜີຍແຜ່ວັດທະນະທຳ ສຳນັກພິມການເຜີຍແຜ່ສາກົນ ແຫ່ງ ປະເທດຈີນ, ສະຖາບັນຄົ້ນຄວ້າການເຜີຍແຜ່ວັດທະນະທຳຈີນສູ່ສາກົນ ມພຕປ ແລະ ສູນຄົ້ນຄວ້າອາລິຍະທຳ ຈີນ ສະຖາບັນວັດທະນະທຳຈີນເປັນເຈົ້າພາບຈັດ.

ທ່ານ ຈຽງຈ້ຽນກົວ (Jiang Jianguo), ກຳມະການສະພາປຶກສາການເມືອງທົ່ວປະເທດຈີນ ສະໄໝທີ 13, ຮອງປະທານຄະນະກໍາມາທິການຊົນເຜົ່າແລະສາສະໜາ, , ທ່ານ ຈີລິນ (Ji Lin), ຮອງຫົວໜ້າຜູ້ທີໜຶ່ງ ຂອງ ສະຖາບັນວັດທະນະທຳຈີນ, ທ່ານ ຕູ້ຈ້ານຢວນ (Du Zhanyuan), ຫົວໜ້າສຳນັກພິມການເຜີຍແຜ່ສາກົນ (CICG), ທ່ານ ຢາງຕັ່ນ (YangDan), ຮອງເລຂາຄະນະພັກ ແລະ ອະທິການບໍດີ ມພຕປ, ທ່ານ ຫຼົວສຽນຫຼຽງ (Luo Xianliang), ຮອງເລຂາຄະນະພັກ, ຮອງຫົວໜ້າຫໍພິພິທະພັນພະລາຊະວັງບູຮານຈີນ, ທ່ານ ເຈຍເຕີຢົງ(Jia Deyong), ເລຂາທິການ ສະຫະພັນຄົ້ນຄວ້າແນວຄິດຂົງຈື້ສາກົນ ໄດ້ເຂົ້າຮ່ວມເວທີປຶກສາຫາລື ພ້ອມທັງກ່າວຄຳປາໄສ. ໃນພິທີ ມີແຂກຮັບເຊີນທັງພາຍໃນ ແລະ ຕ່າງປະເທດ ເກືອບ 100 ທ່ານເຂົ້າຮ່ວມການແລກປ່ຽນຢ່າງເລິກເຊິ່ງ ຜ່ານລະບົບອອນລາຍ ແລະ ອອບລາຍ. ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ໄດ້ຈັດກອງປະຊຸມສຳມະນາຮ່ວມກັບແຂກທີ່ເຂົ້າຮ່ວມ ກ່ອນການເປີດເວທີປຶກສາຫາລືຢ່າງເປັນທາງການ. ທ່ານ ລູ້ສາຍຣົງ (Lu Cairong), ຮອງຫົວໜ້າສຳນັກພິມການເຜີຍແຜ່ສາກົນ ໄດ້ເປັນປະທານໃນພິທີເປີດ ແລະ ທ່ານ ຈ້າວກັ່ງ (Zhao Gang), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ໄດ້ເປັນປະທານໃນວາລະການສະແດງຄວາມຄິດເຫັນພາຍໃຕ້ຫົວຂໍ້ສະເພາະ.

ໂດຍປິ່ນອ້ອມຫົວຂໍ້ “ການເຜີຍແຜ່ອາລິຍະທຳຈີນສູ່ສາກົນໃນຍຸກໃໝ່ ກັບ ການແລກປ່ຽນແລະຖອດຖອນບົດຮຽນ ລະຫວ່າງອາລິຍະທຳຈີນກັບອາລິຍະທຳຕ່າງປະເທດ”, ເວທີປຶກສາຫາລືໄດ້ເຊື້ອເຊີນນັກຄົ້ນຄວ້າຜູ້ມີຊື່ສຽງ ແລະ ຜູ້ຊົງຄຸນວຸດທິ ກໍຄື ຜູ້ດີເດັ່ນໃນການຄົ້ນຄວ້າການເຜີຍແຜ່ວັດທະນະທຳຈີນສູ່ສາກົນ ທັງພາຍໃນ ແລະ ຕ່າງປະເທດ ກໍຄື ນັກຄົ້ນຄວ້າໜຸ່ມດ້ານການສຶກສາພາສາຈີນ ທີ່ມີຄວາມເປັນມາຫຼາກຫຼາຍ ເຊັ່ນ ຈາກປະເທດຣັດເຊຍ, ປະເທດຢູ່ທະວີບອາຟຣິກກາ ແລະ ຢູ່ພາກພື້ນອາເມລິກາລາຕິນ ເພື່ອຮ່ວມກັນຄົ້ນຄວ້າຄຸນຄ່າວັດທະນະທຳຈີນໃນຍຸກປັດຈຸບັນ ແລະ ຕໍ່ທົ່ວໂລກ, ຊອກສະແຫວງຫາຊ່ອງທາງປະສານງານ ແລະ ປະດິດສ້າງໃໝ່ໃນການເຜີຍແຜ່ວັດທະນະທຳຈີນສູ່ສາກົນ ກໍຄື ຮ່ວມກັນປຶກສາຫາລື ກ່ຽວກັບການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດຜ່ານການສົນທະນາດ້ານອາລິຍະທຳຕ່າງໆ. ເວທີປຶກສາຫາລືຄັ້ງນີ້ ຍັງໄດ້ຈັດເວທີສົນທະນາຍ່ອຍ 4 ເວທີ ເຊິ່ງໄດ້ຄົ້ນຄວ້າປຶກສາຫາລືຊ່ອງທາງການເຜີຍແຜ່ວັດທະນະທຳຈີນສູ່ສາກົນ ຈາກແງ່ມູມ “ການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອາລິຍະທຳຕ່າງໆ ກັບ ການເຊື່ອມໂຍງກັນລະຫວ່າງພາຍໃນກັບຕ່າງປະເທດ”, “ການຫັນເປັນດີຈີຕອນດ້ານວັດທະນະທຳ ແລະ ການເຜີຍແຜ່ສູ່ສາກົນ”, “ວິສາຫະກິດຂ້າມຊາດກັບການເຜີຍແຜ່ວັດທະນະທຳຈີນ” ກໍຄື “ນັກຄົ້ນຄວ້າໜຸ່ມດ້ານການສຶກສາປະເທດຈີນ ກັບ ການເຜີຍແຜ່ວັດທະນະທຳຈີນສູ່ສາກົນ”.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC