BEIJING FOREIGN

STUDIES UNIVERSITY

ໂຄງການບົດນິພົນຄົ້ນຄວ້າກ່ຽວກັບການສຶກສາ ແລະ ວັດທະນະທຳຂອງປະເທດທີ່ຢູ່ລຽບຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຕີພິມອອກແລ້ວ 20 ເຫຼັ້ມ

发布时间:2022-10-17

ໃນຫວ່າງບໍ່ດົນມານີ້, ສປ ຈີນ ໄດ້ຕີພິມເຜີຍແຜ່ ບົດນິພົນຄົ້ນຄວ້າກ່ຽວກັບການສຶກສາ ແລະ ວັດທະນະທຳ ຂອງ ປະເທດອິນເດຍ, ບົດນິພົນຄົ້ນຄວ້າ ກ່ຽວກັບການສຶກສາ ແລະ ວັດທະນະທຳຂອງປະເທດອີຣານ, ບົດນິພົນຄົ້ນຄວ້າກ່ຽວກັບການສຶກສາ ແລະ ວັດທະນະທຳຂອງປະເທດກູບາ ແລະ ບົດນິພົນຄົ້ນຄວ້າກ່ຽວກັບການສຶກສາ ແລະ ວັດທະນະທຳຂອງປະເທດເຄັນຍາ ຕາມລຳດັບ, ເຊິ່ງເປັນບົດນິພົນທີ່ນອນຢູ່ໃນໂຄງການປະມວນບົດນິພົນຄົ້ນຄວ້າ ກ່ຽວກັບການສຶກສາ ແລະ ວັດທະນະທຳຂອງປະເທດ ທີ່ຢູ່ລຽບຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ໂດຍລວມແລ້ວ, ໂຄງການນີ້ໄດ້ຕີພິມບົດນິພົນເປັນຈຳນວນ 20 ເຫຼັ້ມ ເຊິ່ງມີເນື້ອໃນກວມເອົາຫຼາຍດ້ານ, ເຊັ່ນ: ສະພາບລວມຂອງປະເທດ, ວັດທະນະທຳ ແລະ ຮີດຄອງປະເພນີ, ປະຫວັດການສຶກສາ, ການສຶກສາກ່ອນໄວຮຽນ, ການສຶກສາຂັ້ນພື້ນຖານ, ການສຶກສາຊັ້ນສູງ, ອາຊີວະສຶກສາ, ການສຶກສາສຳລັບຜູ້ໃຫຍ່, ການສຶກສາສ້າງຄູ, ນະໂຍບາຍການສຶກສາ, ການບໍລິຫານການສຶກສາ ແລະ ການແລກປ່ຽນດ້ານການສຶກສາກັບປະເທດຈີນ. ບົດນິພົນເຫຼົ່ານີ້ໄດ້ເປັນປ່ອງຢ້ຽມ ແລະ  ສະໜອງແງ່ມູນໃຫ້ແກ່ຜູ້ອ່ານ ໃນການຮຽນຮູ້ສະພາບດ້ານການສຶກສາ ແລະ ວັດທະນະທຳຂອງປະເທດດັ່ງກ່າວ, ທັງຈະເປັນບົດຮຽນ ແລະ ໃຫ້ແງ່ຄິດແກ່ການປະຕິຮູບ ແລະ ການພັດທະນາດ້ານການສຶກສາຂອງປະເທດຈີນ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC