BEIJING FOREIGN

STUDIES UNIVERSITY

ມພຕປ ເປັນເຈົ້າພາບຈັດເວທີປາໄສການຮ່ວມມື ແລະ ການພັດທະນາພາກພື້ນ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ ປີ 2022

发布时间:2022-06-23

ໃນວັນທີ 27 ຫາ 28 ພຶດສະພາ,  ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ເປັນເຈົ້າພາບຈັດເວທີປາໄສການຮ່ວມມື ແລະ ການພັດທະນາ ພາກພື້ນ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ ປີ 2022 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ຫົວຂໍ້ “ການຮ່ວມມື ຈີນ-ຍີ່ປຸ່ນ-ສ.ເກົາຫຼີ ແລະ ພາກພື້ນອາຊີຕາເວັນອອກ ພາຍໃຕ້ເງື່ອນໄຂການເຊື່ອມໂຍງເສດຖະກິດໃນພາກພື້ນ”. ທ່ານ ຢາງຕັ່ນ (YangDan), ຮອງເລຂາຄະນະພັກ, ທັງເປັນອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມເວທີປາໄສດັ່ງກ່າວ. ນອກຈາກນີ້ແລ້ວ, ຜູ້ເຂົ້າຮ່ວມຍັງມີນັກຊ່ຽວຊານ ແລະ ນັກປາດຈຳນວນ 60 ກວ່າຄົນຈາກມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 10 ກວ່າແຫ່ງ, ເຊັ່ນ: ມພຕປ, ມະຫາວິທະຍາໄລເສດຖະກິດແລະການຄ້າສາກົນ, ມະຫາວິທະຍາໄລຊ່ານຕົງ, ມະຫາວິທະຍາໄລຟູ້ຕ້ານ, ມະຫາວິທະຍາໄລນານຂ່າຍ, ສະຖາບັນຄົ້ນຄວ້າເສດຖະກິດເຂດອ້ອມທະເລຍີ່ປຸ່ນ (ERINA), ມະຫາວິທະຍາໄລກຽວໂຕ ປະເທດຍີ່ປຸ່ນ ແລະ ມະຫາວິທະຍາໄລຈຸງນານ ແຫ່ງຊາດ ສ.ເກົາຫຼີ ເປັນຕົ້ນ.

ເວທີປາໄສດັ່ງກ່າວໄດ້ຈັດ 5 ກອງປະຊຸມໂຕະມົນ ພາຍໃຕ້ຫົວຂໍ້ຕ່າງງ ຄື: “ການຮ່ວມມືສາກົນໃນການປ້ອງກັນ-ຄວບຄຸມໄພພິບັດ ແລະ ການຮັບປະກັນຄວາມປອດໄພ ລະຫວ່າງຈີນ-ຍີ່ປຸ່ນ-ສ.ເກົາຫຼີ”, “ມີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ຮ່ວມມືກັນ ແລະ ຢູ່ຮ່ວມກັນ ລະຫວ່າງ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ”, “ການເຊື່ອມໂຍງເສດຖະກິດຢູ່ພາກພື້ນລະຫວ່າງ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ”, “ການເພີ່ມທະວີ ແລະ ສ້າງຕ່ອງໂສ້ມູນຄ່າຄືນໃໝ່ ລະຫວ່າງ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ”, “ການຮ່ວມມືຢູ່ພາກພື້ນອາຊີຕາເວັນອອກສຽງເໜືອ ພາຍໃຕ້ເງື່ອນໄຂການແຂ່ງຂັນລະຫວ່າງປະເທດໃຫຍ່”, ເຊິ່ງນັກຊ່ຽວຊານ ແລະ ນັກປາດຈາກ 3 ປະເທດ ຄື: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ແລກປ່ຽນຜົນງານການຄົ້ນຄວ້າຈາກແງ່ມູມຕ່າງກັນ ແລະ ມີການແລກປ່ຽນຄຳຄິດເຫັນຮ່ວມກັນຢ່າງເລິກເຊິ່ງ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC