BEIJING FOREIGN

STUDIES UNIVERSITY

ມພຕປ ເປັນເຈົ້າພາບຈັັດເວທີປາໄສລະດັບສູງກ່ຽວກັບການປະຕິຮູບແລະການພັດທະນາການສິດສອນພາສາຕ່າງປະເທດສຳລັບການສຶກສາຂັ້ນພື້ນຖານທົ່ວປະເທດ ປະຈຳປີ 2022

发布时间:2022-05-31

ວັນທີ 13 ພຶດສະພາທີ່ຜ່ານມານີ້ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ)ໄດ້ເປັນເຈົ້າພາບຈັດພິທີເປີດເວທີປາໄສລະດັບສູງ ກ່ຽວກັບ ການປະຕິຮູບ ແລະ ການພັດທະນາການສິດສອນພາສາຕ່າງປະເທດສຳລັບການສຶກສາຂັ້ນພື້ນຖານທົ່ວປະເທດ ປະຈຳປີ 2022, ເວທີປາໄສດັ່ງກ່າວໄດ້ຮັບການສະໜັບສະໜູນດ້ານວິຊາການໂດຍສະມາຄົມການສຶກສາແຫ່ງປະເທດຈີນ ແລະ ມີສຳນັກພິມຈຳໜ່າຍການສິດສອນ ແລະ ຄົ້ນຄວ້າພາສາຕ່າງປະເທດ (FLTRP) ແລະ ຫ້ອງການຮັບສະໝັກນັກສຶກສາລະດັບປະລິນຍາຕີ ມພຕປ ສົມທົບກັນຈັດຕັ້ງປະຕິບັດຕົວຈິງ.

ທ່ານ ຈູ່ຢົງສິນ (Zhu Yongxin), ກຳມະການປະຈຳ, ຮອງເລຂາທິການສະພາທີ່ປຶກສາການເມືອງທົ່ວປະເທດຈີນ, ທັງເປັນຮອງປະທານພັກສົ່ງເສີມປະຊາທິປະໄຕຂັ້ນສູນກາງ, ທ່ານ ຫຼູຢູ້ກ່າງ (Lyu Yugang), ຫົວໜ້າກົມການສຶກສາຂັ້ນພື້ນຖານ ກະຊວງສຶກສາທິການ, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ຕ່າງກໍໄດ້ມີຄຳຄິດເຫັນໃນພິທີດັ່ງກ່າວຕາມລຳດັບ ພາຍໃຕ້ຫົວຂໍ້ຕ່າງໆຄື: “ຄຳເຫັນກ່ຽວກັບການປະຕິຮູບ ແລະ ການປະດິດສ້າງໃໝ່ໃນການສຶກສາຂັ້ນພື້ນຖານພາຍໃຕ້ເງື່ອນໄຂ ‘ການສຶກສາພົວພັນກັບການອ່ານໜັງສື’”, ຫົວຂໍ້ “ດຳເນີນການປະດິດສ້າງໃໝ່ບົນພື້ນຖານການຍຶດໝັ້ນການສືບທອດ ເພື່ອຊຸກຍູ້ໃຫ້ການສຶກສາຂັ້ນພື້ນຖານຂະຫຍາຍຕົວດ້ວຍຄຸນນະພາບສູງ” ແລະ ຫົວຂໍ້ “ພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄູອາຈານທີ່ສິດສອນພາສາຕ່າງປະເທດໃນການສຶກສາຂັ້ນພື້ນຖານຂອງປະເທດຈີນໃນສະໄໝໃໝ່”.

ໃນເວທີປາໄສດັ່ງກ່າວ, ຜູ້ຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງໃນຂະແໜງການສຶກສາຈາກທ້ອງຖິ່ນຕ່າງໆຂອງທົ່ວປະເທດຈີນ, ນັກຄົ້ນຄວ້າ ແລະ ຄູອາຈານຫຼັກແຫຼ່ງ ໃນການສິດສອນພາສາອັງກິດຢູ່ໂຮງຮຽນປະຖົມ-ມັດທະຍົມ, ຜູ້ອຳນວຍການໂຮງຮຽນ, ຫົວໜ້າຜູ້ຮັບຜິດຊອບວຽກງານການສິດສອນ, ນັກຄົ້ນຄວ້າແລະຜູ້ປະກອບການໃນຂົງເຂດການສຶກສາສາກົນ, ສະມາຊິກສະມາຄົມສູນບຳລຸງສ້າງບຸກຄະລາກອນຕາມທິດຫັນເປັນສາກົນ ມພຕປ ພ້ອມດ້ວຍສະມາຊິກຂອງສະມາຄົມການສຶກສາແຫ່ງຊາດຈີນ ໄດ້ປະຊຸມຮ່ວມກັນໃນຮູບແບບອອນລາຍ ແລະ ພ້ອມກັນສຶກສາຄົ້ນຄວ້າ-ແລກປ່ຽນຄຳຄິດເຫັນນໍາກັນຢ່າງເລິກເຊິ່ງ ໂດຍປິ່ນອ້ອມຫົວຂໍ້ “ດຳເນີນການປະດິດສ້າງໃໝ່ບົນພື້ນຖານການຍຶດໝັ້ນ ການສືບທອດ ແລະ ການກໍ່ສ້າງບຸກຄະລາກອນ: ການປະຕິຮູບການສິດສອນພາສາຕ່າງປະເທດໃນການສຶກສາຂັ້ນພື້ນຖານ ແລະ ການພັດທະນາດ້ານວິຊາຊີບຂອງຄູອາຈານພາຍໃຕ້ເງື່ອນໄຂການປະຕິຮູບຫຼັກສູດຂອງການສຶກສາຂັ້ນພື້ນຖານຮອບໃໝ່”.

ນອກຈາກນີ້ແລ້ວ, ເວທີປາໄສຄັ້ງນີ້ຍັງໄດ້ຈັດກິດຈະກຳຫົວຂໍ້ສະເພາະ ກ່ຽວກັບ “ການເປີດໂຕບົດລາຍງານການຄົ້ນຄວ້າ ກ່ຽວກັບການສຶກສາຂັ້ນພື້ນຖານປະຈຳປີ ແລະ ແຜນການແກ້ໄຂບັນຫາການບໍລິການດ້ານການສຶກສາ”.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC