BEIJING FOREIGN

STUDIES UNIVERSITY

ອາສາສະໝັກຂອງ ມພຕປ ທີ່ປະກອບສ່ວນເຂົ້າໃນງານແຂ່ງຂັນກິລາໂອລິມປິກລະດູໜາວປັກກິ່ງ ໄດ້ຮັບການຍ້ອງຍໍຈາກຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ

发布时间:2022-05-03

ໃນວັນທີ 19 ເມສາທີ່ຜ່ານມານີ້, ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ຈັດກອງປະຊຸມສະຫຼຸບຜົນສຳເລັດແລະ ຍ້ອງຍໍ ວຽກງານການຈັດງານກິລາໂອລິມປິກລະດູໜາວ-ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ຢູ່ທີ່ສວນອຸດສາຫະກຳໂສກາງ ນະຄອນຫຼວງປັກກິ່ງ.


ຄະນະອາສາສະໝັກຮັບໃຊ້ງານແຂ່ງຂັນກິລາໂອລິມປິກລະດູໜາວ ຈາກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ) ກໍຄື ສູນບໍລິການພາສາຕ່າງປະເທດປັກກິ່ງ ສຳລັບສອງງານກິລາດັ່ງກ່າວ ລ້ວນແຕ່ໄດ້ຮັບກຽດຕິຍົດວ່າເປັນ "ຄະນະກ້າວໜ້າ ທີ່ປະກອບສ່ວນເຂົ້າໃນການຈັດງານມະຫາກຳກິລາໂອລິມປິກລະດູໜາວ-ງານມະຫາກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງ". ທ່ານ ລິວຈື້ເພິງ, ທ່ານ ນາງ ເຢເວີນຊ້ຽວຢູ ທີ່ເປັນອາສາສະໝັກຈາກ ມພຕປ ຕ່າງໄດ້ຮັບການຍ້ອງຍໍວ່າເປັນ "ບຸກຄົນກ້າວໜ້າ ທີ່ປະກອບສ່ວນເຂົ້າໃນງານມະຫາກຳກິລາໂອລິມປິກລະດູໜາວ-ງານມະຫາກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງ". ທ່ານ ຢາງຕັ່ນ (YangDan), ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ພ້ອມດ້ວຍຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາ ຈຳນວນ 20 ຄົນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນໄລຍະການຈັດງານກິລາໂອລິມປິກລະດູໜາວ-ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ປີ 2022, ມພຕປ ໄດ້ສົ່ງອາສາສະໝັກ 900 ຄົນ ປະກອບສ່ວນເຂົ້າໃນການຮັບໃຊ້ ຢູ່ສະໜາມກິລາແຂ່ງຂັນທັງໝົດ 10 ແຫ່ງທີ່ຢູ່ນະຄອນຫຼວງປັກກິ່ງ ແລະ ເມືອງຈ່າງຈ່າໂຂ ແຂວງເຮີເປີຍ, ພ້ອມທັງໄດ້ເຂົ້າປະຈຳຢູ່ສະຖານທີ່ບໍ່ຈັດການແຂ່ງຂັນ 13 ແຫ່ງ ເຊັ່ນ: ຫໍພັກນັກກິລາ 3 ແຫ່ງ, ເດີ່ນປະດັບຫຼຽນມອບລາງວັນ, ສຳນັກງານໃຫຍ່ ຂອງ ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວ, ສູນສື່ມວນຊົນຫຼັກ, ສູນຂ່າວສານເຂດພູ ແລະ ບັນດາເຄືອຂ່າຍໂຮງແຮມໂອລິມປິກເປັນຕົ້ນ, ເຊິ່ງເຮັດໃຫ້ ມພຕປ ເປັນມະຫາວິທະຍາໄລທີ່ສົ່ງອາສາສະໝັກມືອາຊີບຫຼາຍກວ່າໝູ່ ແລະ ມີອາສາສະໝັກປະຈຳຢູ່ສະຖານທີ່ຕ່າງໆຫຼາຍກວ່າໝູ່ໃນບັນດາມະຫາວິທະຍາໄລ. ໃນຂະນະດຽວກັນ, ສູນບໍລິການພາສາຕ່າງປະເທດທີ່ເປັນສູນຮັບໃຊ້ງານກິລາໂອລິມປິກລະດູໜາວທີ່ ມພຕປ ຮັບຜິດຊອບເປັນຫຼັກນັ້ນ ໄດ້ເປັນກຳລັງສະໜັບສະໜູນສຸກເສີນ ແລະ ກຳລັງເພີ່ມເຕີມທີ່ເຂັ້ມແຂງໃຫ້ແກ່ການບໍລິການການແປພາສາ ໂດຍສາມາດຕອບສະຫນອງໄດ້ຢ່າງຮອບດ້ານຕໍ່ຄວາມຕ້ອງການໃນການແປພາສາໃຫ້ແກ່ຄະນະນັກກິລາ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມງານດັ່ງກ່າວ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC