BEIJING FOREIGN

STUDIES UNIVERSITY

“ນາມບັດທີ່ສວຍງາມທີ່ສຸດ” ຂອງບ້ານໂອລິມປິກລະດູໜາວ! ການຢູ່ຮ່ວມກັບຄະນະນັກກິລາຈະມີຄວາມຮູ້ສຶກແນວໃດ

发布时间:2022-02-11

ຕາມການລາຍງານຈາກເວັບໄຊທາງການຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໃນວັນທີ 10 ກຸມພາ, ໃນມື້ທໍາອິດຂອງບຸນກຸດຈີນ, ນາງ ເກົ່າສຽວຟານ(Gao Xiaofan) ໄດ້ຮັບໂທລະສັບໃຫ້ໄປຊ່ອຍວຽກ, ພາຍຫຼັງນາງເຮັດຫຼ້ອນໜ້າທີ່ແລ້ວ, ນາງໄດ້ເບິ່ງໂມງ: ເວລານີ້ແມ່ນ 6 ໂມງເຊົ້າ. ມື້ນີ້ແມ່ນວັນເກີດຂອງນາງ. ນາງເປັນໜຶ່ງໃນບັນດາອາສາສະໝັກ 900 ກວ່າຄົນທີ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ແຕ່ງຕັ້ງໄປຮັບໃຊ້ງານກິລາໂອລິມປິກລະດູໜາວປັກກິ່ງ. ນັບແຕ່ ນາງ ໄດ້ດຳລົງຕຳແໜ່ງເປັນຜູ້ຊ່ວຍຄະນະນັກກິລາປະເທດອູແກຣນຢູ່ບ້ານໂອລິມປິກລະດູໜາວເປັນຕົ້ນມາ, ທຸກມື້ ນາງໄດ້ເຮັດວຽກຄືກັນກັບມື້ວັນເກີດທີ່ກ່າວມາຂ້າງເທິງນີ້.

ນາງ ເຊີ່ເຈ່ຍຢີ(Che Jiayi), ຜູ້ຊ່ວຍຄະນະນັກກິລາປະເທດອາເມລິກາກ່າວວ່າ “ທຸກຄົນມີຄວາມສະເໝີພາບກັນ ແລະ ລ້ວນແຕ່ໄດ້ຮັບຄວາມເຄົາລົບນັບຖື. ພວກເຮົາເປັນເພື່ອນຮ່ວມງານ, ທຳຄວາມພະຍາຍາມເພື່ອວຽກງານດຽວ, ບໍ່ມີການຈຳແນກລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມ, ທັງບໍ່ມີຄວາມກົດດັນ. ນີ້ແຫຼະເປັນສະພາບແວດລ້ອມການເຮັດວຽກທີ່ຂ້າພະເຈົ້າມັກຫຼາຍ.” ທ້າວ ໂຈ່ກວາງລິນ(Zhou Guanglin), ຜູ້ຊ່ວຍຄະນະນັກກິລາປະເທດຍີ່ປຸ່ນກໍມີຄວາມຮູ້ສຶກເຊັ່ນດຽວກັນ. ການທີ່ເວົ້າຕະຫຼົກຢອກກັນ, ເບິ່ງການແຂ່ງຂັນນຳກັນ ແລະ ແກ້ໄຂບັນຫາຮ່ວມກັນ ໄດ້ເຮັດໃຫ້ທ້າວ ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມໝາຍຂອງຄຳວ່າ “ທີມ”.


ສຳລັບອາສາສະໝັກແລ້ວ, ການເປັນອາສາສະໝັກບໍ່ພຽງແຕ່ເປັນໂອກາດເຮັດວຽກຄັ້ງໜຶ່ງ, ຫາກຍັງເປັນການພັດທະນາຕົນເອງອີກກ້າວໜຶ່ງ. ຖ້າທຽບກັບຕົນເອງທີ່ຮຽນຢູ່ມະຫາວິທະຍາໄລໃນເວລາຜ່ານມາ, ອາສາສະໝັກທຸກຄົນລ້ວນແຕ່ຖືວ່າ ເຂົ້າເປັນສະມາຊິກໃນທີມບໍ່ຮອດເດືອນ, ຕົນເອງກໍໄດ້ຮັບການພັດທະນາໃຫ້ສົມບູນຂຶ້ນໃນດ້ານ “ທັກສະທີ່ດີທີ່ສຸດເພື່ອກະກຽມເຂົ້າສູ່ສັງຄົມ”. ຄະນະນັກກິລາທຸກຄະນະທີ່ພວກເຂົາເຈົ້າຮັບໃຊ້ນັ້ນ, ລ້ວນແຕ່ເປັນຄູອາຈານ ແລະ ເພື່ອນມິດທີ່ດີທີ່ສຸດສຳລັບເຂົາເຈົ້າໃນໄລຍະດໍາເນີນງານກິລາໂອລິມປິກລະດູໜາວ.

ວັນທີ 31 ມັງກອນ ເປັນ “ວັນສັງຂານລ່ວງ” ຂອງປະເທດຈີນ ເຊິ່ງຕາມປະເພນີແລ້ວ, ເປັນວັນບຸນທີ່ຢູ່ຮ່ວມກັບຄອບຄົວ. ເຖິງແມ່ນວ່າບັນດາອາສາສະໝັກສ່ວນຫຼາຍຕ້ອງເຮັດວຽກໃນວັນນັ້ນ, ແຕ່ກໍໄດ້ພົບພໍ້ເວລາດີໆຫຼາຍຄັ້ງທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກອົບອຸ່ນໃຈ. ນາງ ເຊີ່ເຈ່ຍຢີ ຍັງຈື່ໄວ້ວ່າ “ຢູ່ເທິງລົດເມທີ່ເດີນທາງໄປສະໜາມກິລາຝຶກຊ້ອມ, ນັກກິລາທີມຮອກກີ້ໄດ້ເວົ້າກັບຂ້າພະເຈົ້າວ່າ ‘ເສຍດາຍນຳທີ່ເຈົ້າບໍ່ສາມາດສະຫຼອງບຸນກຸດຈີນກັບຄອບຄົວໃນປີນີ້, ແຕ່ຂ້ອຍເຊື່ອວ່າ ພວກເພິ່ນຍ່ອມຮູ້ສຶກພາກພູມໃຈຫຼາຍນຳເຈົ້ານໍ’”. ເມື່ອນຶກເຖິງຄຳເວົ້າດັ່ງກ່າວ, ນາງ ຮູ້ສຶກວ່າ ຄວາມເຫັນໃຈກັນລະຫວ່າງຄົນດ້ວຍກັນໄດ້ເຮັດໃຫ້ເຂົາເຈົ້າມີຄວາມຮູ້ສຶກສະໜິດສະໜົມກັນຂຶ້ນກວ່າເກົ່າ ເຖິງວ່າເຂົາເຈົ້າຖືສັນຊາດຕ່າງກັນ.


ໃນເວລາ 20:00 ວັນທີ 4 ກຸມພາ 2022, ພິທີເປີດງານມະຫາກໍາກິລາໂອລິມປິກລະດູໜາວປັກກິ່ງໄດ້ເລີ່ມຕົ້ນແລ້ວ, ແຕ່ໃນຂະນະນັ້ນ, ບໍ່ມີອາສາສະໝັກຜູ້ໃດສາມາດນັ່ງຢູ່ບ່ອນນັ່ງຄືກັນກັບຜູ້ຊົມເພື່ອຊົມບັ້ງໄຟດອກຢູ່ເທິງສະໜາມກິລາຮັງນົກ. ແນະນໍາຄະນະນັກກິລາເດີນຂະບວນເຂົ້າສູ່ສະໜາມກິລາຫຼັກ ແລະ ນໍາເຂົາເຈົ້າໄປຫາບ່ອນນັ່ງຂອງຜູ້ຊົມ ອັນນີ້ແມ່ນໜ້າທີ່ທີ່ສຳຄັນທີ່ສຸດສຳລັບອາສາສະໝັກເຫຼົ່ານີ້ ກໍຄືຜູ້ຊ່ວຍຂອງຄະນະຜູ້ແທນໃນວັນນັ້ນ. ທ້າວໂຈ່ກວາງລິນ ກ່າວວ່າ “ຂ້າພະເຈົ້າເປັນສັກຂີພິຍານຂອງປະຫວັດສາດ, ອີກດ້ານໜຶ່ງ ຕົນເອງກໍເປັນສ່ວນໜຶ່ງຂອງປະຫວັດສາດ.”



ທຸກມື້ ຢູ່ເທິງລົດຂົນສົ່ງອາສາສະໝັກໄປບ້ານໂອລິມປິກລະດູໜາວປັກກິ່ງ, ນາງ ເກົ່າສຽວຟານ ມັກນັ່ງຢູ່ຂ້າງປ່ອງຢ້ຽມ ເພາະໃນເວລາເດີນທາງ, ນາງສາມາດເບິ່ງຕາເວັນຂຶ້ນສ່ອງລັດສະໝີສະເໝີ ເຊິ່ງທ້ອງຟ້າຈະຄ່ອຍໆປ່ຽນຈາກສີດອກກຸຫຼາບມາເປັນສີຄຳ. ເວລາເຮັດວຽກຈະມີວຽກຫຼາຍ, ເກືອບວ່າບໍ່ມີເວລາພັກຜ່ອນ. ສະພາບນີ້ເປັນເລື່ອງປົກກະຕິໃນເວລາທີ່ອາສາສະໝັກປະຕິບັດວຽກງານ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC