BEIJING FOREIGN

STUDIES UNIVERSITY

ງານມະຫາກໍາກິລາໂອລິມປິກລະດູໜາວປັກກິ່ງປະຕິບັດ “ການຈັດງານກິລາໂອລິມປິກລະດູໜາວຕາມທິດສີຂຽວ” ຢ່າງເຕັມທີ່

发布时间:2022-02-10

ຕາມຂ່າວຈາກໜັງສືພິມລາຍວັນ ເສດຖະກິດ ໃນ ວັນທີ 9 ກຸມພາ, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຄະນະກຳມະການໂອລິມປິກສາກົນ ແລະ ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໃນວັນທີ 9 ກຸມພາ 2022, ທ່ານ ຫຼີເຊິນ (Li Sen) ຫົວໜ້າອະນຸກຳມະການວາງແຜນລວມຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ໃຊ້ຄໍາສັບທີ່ສໍາຄັນສອງຄຳ ຄື “ການບໍລິຫານແບບກາກບອນຕ່ຳ” ແລະ “ການປົກປັກຮັກສາລະບົບນິເວດ” ເພື່ອສະຫຼຸບໝາກຜົນຂອງການປະຕິບັດ “ການຈັດງານກິລາໂອລິມປິກຕາມທິດສີຂຽວ” ໃນເວລາກະກຽມຄວາມພ້ອມໃຫ້ແກ່ງານກິລາໂອລິມປິກລະດູໜາວ.

ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ນຳໃຊ້ສະໜາມກິລາຈັດການແຂ່ງຂັນ ແລະ ບໍ່ຈັດການແຂ່ງຂັນຂອງງານກິລາໂອລິມປິກປີ 2008 ທັງໝົດ 6 ແຫ່ງ. ໃນຂະນະດຽວກັນ, ພະລັງງານສະອາດທີ່ອຸດົມສົມບູນຢູ່ເມືອງຈ່າງຈ່າໂຂ (Zhang Jiakou) ແຂວງເຮີເປີຍ ຖືກສົ່ງໄປເຖິງເຂດຈັດການແຂ່ງຂັນສາມແຫ່ງ ຄື ນະຄອນຫຼວງປັກກິ່ງ ເຂດເຢັນຊິ້ງຂອງປັກກິ່ງ ແລະ ເມືອງຈ່າງຈ່າໂຂ ໂດຍຜ່ານ “ທາງດ່ວນໄຟຟ້າສີຂຽວ” ເຊິ່ງເຮັດໃຫ້ເປົ້າໝາຍທີ່ສະໜາມກິລາທັງໝົດນຳໃຊ້ໄຟຟ້າສີຂຽວ 100% ປາກົດເປັນຈິງ. ທ່ານ ຫຼີເຊິນ ກ່າວວ່າ: “ໃນ 6 ປີປາຍໃນການກະກຽມຈັດງານກິລານີ້, ພວກຂ້າພະເຈົ້າໄດ້ພະຍາຍາມຫຼຸດຜ່ອນການປ່ອຍອາຍກາກບອນໃຫ້ໜ້ອຍລົງຢ່າງສຸດຂີດ, ໃນຂະນະດຽວກັນ, ກໍໄດ້ນຳໃຊ້ວິທີການເກັບສະສົມທາດອາຍກາກບອນໃນຂະແໜງປ່າໄມ້(forestry carbon sequestration) ແລະ ຮັບການບໍລິຈາກຈາກວິສາຫະກິດເພື່ອຊົດເຊີຍການປ່ອຍກາກບອນ(carbon offset) ເຊິ່ງໄດ້ຮັບປະກັນການບັນລຸເປົ້າໝາຍຄື ຢູ່ງານມະຫາກໍາກິລາໂອລິມປິກລະດູໜາວປັກກິ່ງບໍ່ມີມົນລະພິດຈາກການປ່ອຍທາດອາຍກາກບອນ(carbon neutrality) .”

ເຂດຈັດການແຂ່ງຂັນເຢັນຊິ້ງ ແມ່ນໜຶ່ງໃນສາມເຂດຈັດການແຂ່ງຂັນກິລາຫິມະ ເຊິ່ງມີຊັບພະຍາກອນນິເວດທີ່ອຸດົມສົມບູນ. ໂດຍເລີ່ມຈາກເງື່ອນໄຂເຕີບໂຕຂອງພືດຫວງຫ້າມຫຼັກ, ເຂດເຢັນຊິ້ງໄດ້ປະຕິບັດ 3 ມາດຕະການອະນຸລັກ ຄື ອະນຸລັກກັບທີ່, ອະນຸລັກຢູ່ເຂດໃກ້ຄຽງ ແລະ ດຳເນີນການຍົກຍ້າຍ. ນອກຈາກນີ້ແລ້ວ, ຍັງໄດ້ນຳໃຊ້ວິທີການຍ້າຍດິນຊັ້ນໜ້າເພື່ອຟື້ນຟູລະບົບນິເວດຢ່າງມີປະສິດທິຜົນ ເຊິ່ງໄດ້ຍົກຍ້າຍດິນຊັ້ນໜ້າທັງໝົດ 81.000 ແມັດກ້ອນ ແລະ ດິນຊັ້ນໜ້າດັ່ງກ່າວລ້ວນແຕ່ຖືກນຳໃຊ້ເຂົ້າໃນການຟື້ນຟູບູລະນະລະບົບນິເວດ ແລະ ການຈັດສັນພູມທັດໃນເຂດຈັດການແຂ່ງຂັນ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC