BEIJING FOREIGN

STUDIES UNIVERSITY

ມພຕປ ເປີດການຝຶກອົບຮົມໃຫ້ແກ່ອາສາສະໝັກສຳລັບງານມະຫາກໍາກິລາໂອລິມປິກລະດູໜາວ ປີ 2022

发布时间:2021-11-24

ໃນວັນທີ 10 ພະຈິກ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ຈັດພິທີເປີດການຝຶກອົບຮົມໃຫ້ແກ່ອາສາສະໝັກສຳລັບງານມະຫາກໍາກິລາໂອລິມປິກລະດູໜາວ ແລະ ງານມະຫາກໍາກິລາໂອລິມປິກຄົນພິການລະດູໜາວ ປີ 2022, ໂດຍມີ ທ່ານ ນາງ ຈ່າງລີ້ນ້າ (Zhang Lina), ຮອງຫົວໜ້າພະແນກອາສາສະໝັກ ຄະນະກຳມະການຈັດງານແຂ່ງຂັນມະຫາກໍາກິລາໂອລິມປິກລະດູໜາວປັກກິ່ງ ແລະ ທ່ານ ຊູ່ຕ້າເພິງ (Su Dapeng), ຮອງເລຂາຄະນະພັກ ມພຕປ ເຂົ້າຮ່ວມ. ນອກນັ້ນ, ຍັງມີຜູ້ຕາງໜ້າສະມາຊິກຈາກໜ່ວຍງານວຽກງານສະເພາະກິດອາສາສະໝັກການແຂ່ງຂັນມະຫາກໍາກິລາໂອລິມປິກລະດູໜາວ ກໍຄື ຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາທີ່ເປັນອາສາສະໝັກ ຈຳນວນ 500 ກວ່າຄົນເຂົ້າຮ່ວມພິທີດັ່ງກ່າວ.

ການຝຶກອົບຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 1 ເດືອນ, ເຊິ່ງປະກອບດ້ວຍ 4 ພາກສ່ວນ ຄື: ການຮຽນຄວາມຮູ້ພື້ນຖານ, ການຮຽນຄວາມຮູ້ຍົກລະດັບ, ການປະຕິບັດຕົວຈິງ, ການຍົກລະດັບຄວາມສາມາດສັງລວມ, ຈຸດປະສົງແມ່ນເພື່ອຍົກສູງຄວາມສາມາດສັງລວມ, ຈິດສຳນຶກດ້ານການບໍລິການ, ຄວາມສາມາດດ້ານວິຊາຊີບຂອງອາສາສະໝັກສຳລັບງານແຂ່ງຂັນມະຫາກໍາກິລາໂອລິມປິກລະດູໜາວຈາກ ມພຕປ ໂດຍຜ່ານວິທີການຝຶກອົບຮົມທີ່ປະສານສົມທົບລະຫວ່າງການຍົກລະດັບຄວາມຮູ້ກັບການປະຕິບັດຕົວຈິງ, ລະຫວ່າງການຝຶກອົບຮົມດ້ານຄວາມສາມາດວິຊາຊີບ ແລະ ດ້ານຮ່າງກາຍ, ລະຫວ່າງກິດຈະກຳລະດັບມະຫາວິທະຍາໄລ ແລະ ລະດັບຄະນະ, ລະຫວ່າງເນື້ອໃນການບໍລິການ ແລະ ຈຸດພິເສດຂອງນັກສຶກສາຈາກແຕ່ລະສາຂາວິຊາ.

ໃນໄລຍະດຳເນີນງານມະຫາກໍາກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານມະຫາກໍາກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ປີ 2022, ມພຕປ ຈະສົ່ງອາສາສະໝັກວິຊາຊີບ ຈຳນວນ 800 ກວ່າຄົນ ເພື່ອເຂົ້າຮ່ວມໃນ 6 ໜ່ວຍງານອາສາສະໝັກວິຊາຊີບ ໄດ້ແກ່ ໜ່ວຍງານການບໍລິການດ້ານພາສາ, ພິທີການ, NCS, OFS, ການສະແດງດ້ານກິລາ ແລະ ວຽກງານສື່ມວນຊົນ, ເຊິ່ງອາສາສະໝັກຈະປະຕິບັດໜ້າທີ່ຢູ່ສະຖານທີ່ຕ່າງໆຂອງສະໜາມກິລາການແຂ່ງຂັນມະຫາກໍາກິລາໂອລິມປິກລະດູໜາວທັງໝົດ, ຫໍພັກນັກກິລາ, ເດີ່ນປະດັບຫຼຽນມອບລາງວັນຢູ່ນະຄອນຫຼວງປັກກິ່ງ ແລະ ເມືອງຈ່າງເຈ່ຍໂຂ ແຂວງເຮີເປີຍ ກໍຄື ຢູ່ສຳນັກງານໃຫຍ່ ຂອງ ຄະນະກຳມະການຈັດງານແຂ່ງຂັນມະຫາກໍາກິລາໂອລິມປິກລະດູໜາວ, ສູນສື່ມວນຊົນຫຼັກ, ສູນຂ່າວສານເຂດພູ ແລະ ບັນດາເຄືອຂ່າຍໂຮງແຮມໂອລິມປິກ, ເຮັດໃຫ້ ມພຕປ ກາຍເປັນມະຫາວິທະຍາໄລທີ່ປະກອບອາສາສະໝັກວິຊາຊີບຫຼາຍທີ່ສຸດ. ໃນຂະນະດຽວກັນນີ້, ຄູອາຈານ ແລະ ນັກສຶກສາເກືອບຮ້ອຍຄົນຈະສະໜອງການບໍລິການແປພາສາທີສາມໃຫ້ແກ່ມະຫາກໍາການແຂ່ງຂັນກິລາດັ່ງກ່າວຢູ່ສູນບໍລິການຫຼາຍພາສາ ທີ່ນະຄອນຫຼວງປັກກິ່ງ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC