BEIJING FOREIGN

STUDIES UNIVERSITY

ເວທີປາໄສກ່ຽວກັບການສົມທຽບດ້ານການສຶກສາ ແລະ ການສຶກສາສາກົນ ຄັ້ງທີ 2 ຈັດຂຶ້ນທີ່ ມພຕປ

发布时间:2021-11-19

ວັນທີ 23 ຕຸລານີ້, ກອງປະຊຸມການຄົ້ນຄວ້າວິທະຍາສາດ ປະຈຳປີ 2021ຂອງສະມາຄົມການສຶກສາສາກົນທີ່ສັງກັດສະມາຄົມການສຶກສາແຫ່ງຊາດຈີນ ແລະ ເວທີປາໄສກ່ຽວກັບການສົມທຽບດ້ານການສຶກສາ ແລະ ການສຶກສາສາກົນ ຄັ້ງທີ 2ໄດ້ໄຂຂຶ້ນທີ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໂດຍມີ ທ່ານ ຊິນຊ່າງເວີຍ (Qin Changwei) ເລຂາທິການ ຄະນະກຳມະການທົ່ວປະເທດຂອງອົງການຢູເນັສໂກປະຈຳຈີນ ແລະ ທ່ານ ວັງຕິ້ງຮົວ (Wang Ding hua) ປະທານສະມາຄົມການສຶກສາສາກົນທີ່ສັງກັດສະມາຄົມການສຶກສາແຫ່ງຊາດຈີນ, ເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານ ວັງຕິ້ງຮົວ ໄດ້ກ່າວຄຳເຫັນໃນກອງປະຊຸມພາຍໃຕ້ຫົວຂໍ້ “ເພີ່ມທະວີການສ້າງຄວາມສາມາດຂອງປະເທດຈີນໃນການເຂົ້າຮ່ວມການບໍລິຫານການສຶກສາທົ່ວໂລກ”. ເພິ່ນໄດ້ກ່າວວ່າ ເພື່ອເພີ່ມທະວີການສ້າງຄວາມສາມາດຂອງປະເທດຈີນ ໃນການເຂົ້າຮ່ວມການບໍລິຫານການສຶກສາທົ່ວໂລກ, ໜຶ່ງ ຕ້ອງເອົາໃຈໃສ່ການບຳລຸງສ້າງບຸກຄະລາກອນດ້ານການບໍລິຫານການສຶກສາທົ່ວໂລກ; ສອງ ຕ້ອງເອົາໃຈໃສ່ການສຶກສາດ້ານການບໍລິຫານການສຶກສາທົ່ວໂລກ; ສາມ ຕ້ອງຍົກສູງຄວາມສາມາດໃນການໂຄສະນາເຜີຍແຜ່ເລື່ອງລາວດ້ານການສຶກສາຂອງປະເທດຈີນໃຫ້ດີ; ສີ່ ຕ້ອງເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບອົງການສາກົນທີ່ກ່ຽວຂ້ອງ; ຫ້າ ຕ້ອງເອົາໃຈໃສ່ການສ້າງເວທີການບໍລິຫານການສຶກສາທົ່ວໂລກ.

ໃນພິທີເປີດ ຍັງໄດ້ຈັດພິທີມອບລາງວັນເວີນຮຸ່ຍ ກ່ຽວກັບ ການປະດິດສ້າງໃໝ່ດ້ານການສຶກສາໃນພາກພື້ນອາຊີ-ປາຊິຟິກ. ໂຄງການຄົ້ນຄວ້າຫົວຂໍ້ “ບໍ່ຢຸດຮຽນໃນໄລຍະການລະບາດຂອງພະຍາດໂຄວິດ-19: ຮຽນຜ່ານວິດີໂອໃນຊ່ອງໂທລະພາບແຫ່ງຊາດ” ຂອງສະຖາບັນການສຶກສາແຫ່ງຊາດ ປະເທດມາວດີບ ແລະ ໂຄງການຄົ້ນຄວ້າຫົວຂໍ້ “ເພີ່ມທະວີການສຶກສາດ້ານວິທະຍາສາດ ຕ້ານການລະບາດຂອງພະຍາດໂຄວິດ-19” ຂອງມູນນິທິຈື່ຢວນສີມາລາຢາຂອງປະເທດເນປານໄດ້ຮັບລາງວັນດັ່ງກ່າວໃນຄັ້ງນີ້.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC