BEIJING FOREIGN

STUDIES UNIVERSITY

ທ່ານ Radek Vondráček ປະທານສະພາຕໍ່າ ເຊັກ ໄດ້ໄປຢ້ຽມຢາມ ມພຕປ ທັງກ່າວຄຳປາໄສ

发布时间:2020-09-22

ໃນຕອນເຊົ້າຂອງວັນທີ 7 ພະຈິກ, ທ່ານ Radek Vondráček ປະທານສະພາຕໍ່າ ສາທາ ລະນະລັດເຊັກໄດ້ນຳພາຄະນະຜູ້ແທນ ມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະ ເທດປັກກິ່ງ (ມພຕປ) ພ້ອມທັງກ່າວຄໍາປາໄສ. ສະມາຊິກຂອງຄະນະຜູ້ແທນລວມມີ ທ່ານ Vladimir Tomšík ເອກອັກຄະລັດຖະທູດສາທາລະນະລັດເຊັກປະຈຳ ສປຈີນ, ທ່ານ Radim Fiala ປະທານຄະນະກຳມະການເສດຖະກິດສະພາຕໍ່າເຊັກ, ທ່ານນາງ Martina Tauberová, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າສາທາລະນະລັດເຊັກແລະທ່ານອື່ນໆອີກ.  ທ່ານ Yang Dan ອະທິການບໍດີ ມພຕປ ໄດ້ພົບປະກັບຄະນະຜູ້ແທນແລະເຂົ້າຮ່ວມງານກ່າວຄໍາປາໄສພາຍໃຕ້ການເປັນປະທານຂອງທ່ານ Yan Guohua ຮອງອະທິການບໍດີ ມພຕປ.

ທ່ານ Yang Dan ຕາງໜ້າ ມພຕປ ທັງຕາງໜ້າ ທ່ານ Wang Dinghua ເລຂາຄະນະພັກ ມພຕປ ສະແດງຄວາມຍິນດີຕ້ອນຮັບ ທ່ານ Vondráček ພ້ອມດ້ວຍຄະນະຢ່າງອົບອຸ່ນ. ໃນການປະກອບຄໍາເຫັນ, ທ່ານໄດ້ທົບທວນຄືນປະຫວັດຄວາມເປັນມາຂອງການແລກປ່ຽນລະ ຫວ່າງຊາວຈີນ - ເຊັກ ເຊິ່ງໄດ້ເນັ້ນການປະກອບສ່ວນເຂົ້າໃນການສິດສອນພາສາເຊັກໃນປະ ເທດຈີນຂອງບັນດາຄູອາຈານຜູ້ອາວຸໂສຂອງ ມພຕປ.  ທ່ານ Yang Dan ໄດ້ກ່າວວ່າ, ປີ 2019 ແມ່ນການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ເຊັກ ຄົບຮອບ 70 ປີທັງເປັນການສ້າງຕັ້ງພາກວິຊາພາສາເຊັກໃນ ມພຕປ ຄົບຮອບ 65 ປີ.  ໃນເວລາທີ່ຜ່ານມາ, ລັດຖະ ບານເຊັກກໍຄືສະຖານທູດເຊັກທີ່ປະຈໍາຈີນໄດ້ໃຫ້ການສະໜັບສະໜູນຢ່າງໃຫຍ່ຫຼວງແກ່ ມພຕປ ແລະຫວັງວ່າໃນຕໍ່ໜ້ານີ້ ທັງສອງຝ່າຍຈະຮ່ວມມືກັນເພື່ອສ້າງອະນາຄົດທີ່ສົດໃສກວ່າເກົ່າໃນການສຶກສາຄົ້ນຄວ້າ Bohemian ຂອງຈີນແລະການພັດທະນາ ສາຍພົວພັນລະຫວ່າງຈີນ - ເຊັກ.

ທ່ານ Vondráček ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ "ບົດບາດຂອງເຊັກຢູ່ພາກກາງ ເອີຣົບແລະສະຫະພາບເອີຣົບ(ອີຢູ)". ທ່ານໄດ້ກ່າວວ່າ, ສາທາລະນະລັດເຊັກມີຄວາມເຂັ້ມແຂງ ດ້ານອຸດສາຫະກຳ ແລະໃນຂະນະທີ່ຍຶດໝັ້ນນະໂຍບາຍຂອງອີຢູນັ້ນ ໄດ້ປະຕິບັດນະໂຍບາຍການຄ້າທີ່ເປີດປະຕູຕໍ່ພາຍນອກ.ຈີນແມ່ນຜູ້ນຳໜ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະການເຂົ້າຮ່ວມການກໍ່ສ້າງ"ໜຶ່ງແລວໜຶ່ງເສັ້ນທາງ" ແມ່ນມີຜົນດີຕໍ່ການພັດທະນາເສດຖະກິດຂອງເຊັກ.  ຈີນແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງສາທາລະນະລັດເຊັກຢູ່ອາຊີ, ສາທາລະນະລັດເຊັກຍິນດີສືບຕໍ່ເພີ່ມທະວີການຮ່ວມມືກັບຈີນ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະເສີມສ້າງມິດຕະພາບລະຫວ່າງປະຊາຊົນສອງປະເທດ.  ໃນເວລາແລກປ່ຽນຄວາມເຫັນນັ້ນ, ທ່ານ Vondráček ໄດ້ຕອບຄຳຖາມຕ່າງໆເຊັ່ນ: "ເຊັກມີແຜນການເຂົ້າເປັນສະມາຊິກຂອງຢູໂຣໂຊນ (euro zone)ບໍ? ການຖອນຕົວອອກຈາກອີຢູຂອງອັງກິດ(Brexit)ມີຜົນກະທົບຕໍ່ເຊັກແນວ ໃດ? ທ່ານມີຄວາມເຫັນແນວໃດຕໍ່ສາຍພົວພັນລະຫວ່າງເຊັກ-ຈີນໃນອະນາຄົດ?

ກ່ອນການບັນຍາຍ, ນັກສຶກສາພາກວິຊາພາສາເຊັກຂອງ ມພຕປ ໄດ້ສະແດງການຟ້ອນພື້ນເມືອງແບບMazuka ທີ່ໄດ້ຮັບຄວາມນິຍົມຫຼາຍໃນເຂດເອີຣົບກາງ, ທັງໄດ້ຮ້ອງເພງ "ສຽງລະຄັງແຫ່ງຄວາມສຸກ" ຂອງຊາວເຊັກທີ່ມີຊື່ສຽງໂດ່ງດັງ ເຊິ່ງໄດ້ຮັບການຍ້ອງຍໍເປັນຢ່າງຍິງຈາກບັນດາແຂກທີ່ມີກຽດ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC