BEIJING FOREIGN

STUDIES UNIVERSITY

ມພຕປ ສ້າງຕັ້ງສະຖາບັນອາຊີ ແລະ ສະຖາບັນອາຝຣິກາ

发布时间:2020-09-22

ວັນທີ 23 ກັນຍາ 2019, ມພຕປ ໄດ້ຈັດພິທີສ້າງຕັ້ງສະຖາບັນອາຊີ ແລະ ສະຖາບັນອາຝຣິກາ. ທ່ານ ວັງຕິ້ງຮົວ (Wang Dinghua) ເລຂາຄະນະພັກ  ມພຕປ, ທ່ານ ມາຕິນ ເອັມບານາ(Martin Mbana)ຫົວໜ້າຄະນະທູດທະວີບອາຝຣິກາທັງເປັນເອກອັກຄະລັດຖະທູດປະເທດກາເມີຣູນ ປະຈໍາ ສປ ຈີນ, ທ່ານ ອາຊິສ ແມກຄວາ (Aziz Mekouar) ເອກອັກຄະລັດຖະທູດລາຊະອານາຈັກມາຣົກ ປະຈໍາ ສປ ຈີນ, ທ່ານ ລີລາ ມານີ ໂບເດີ (Lila Mani Bauder)ເອກອັກຄະລັດຖະທູດປະເທດເນປານ ປະຈໍາ ສປ ຈີນ, ທ່ານ ຟາສລູນ ຄາຣິມ(Fazlul Karim)ເອກອັກຄະລັດຖະທູດ ປະເທດບັງກລາເທດ ປະຈໍາ ສປ ຈີນ, ທ່ານນາງ ເປົາ ບອບເຊັນ(Bao Bobson) ອັກຄະລັດຖະທູດປະເທດອາຝຣິກາໃຕ້ ປະຈໍາ ສປ ຈີນ, ທ່ານ ໂຫຊຸນຊິງ(Tuan Abdul Aziz How Abdullah) ທີ່ປຶກສາດ້ານການສຶກສາສະຖານທູດ ມາເລເຊຍ ປະຈໍາ ສປ ຈີນ ແລະບັນດາທູຕານຸທູດອື່ນໆອີກ 20ກວ່າທ່ານ ທີ່ມາຈາກ 15 ປະເທດຈາກອາຊີອາຝຣິກາ, ພ້ອມດຽວກັນນີ້ ກໍຍັງມີບັນດາອະດີດເອກອັກຄະລັດຖະທູດ ສປ ຈີນປະຈໍາຕ່າງປະເທດ 20 ກວ່າທ່ານ, ທ່ານ ເຊີນເຕີໄຮ(Chen Dehai) ຫົວໜ້າກອງເລຂາ ສູນຈີນ-ອາຊຽນ, ທ່ານ ໄຕ້ປິ່ງ(Dai Bing) ຫົວໜ້າກົມອາຝຣິກາກະຊວງການຕ່າງປະເທດ, ທ່ານ ອູຢຽນ(Wu Yan) ຫົວໜ້າກົມການສຶກສາຊັ້ນສູງກະຊວງສຶກສາ ແລະ ຜູ້ນໍາຜູ້ຊ່ຽວຊານທີ່ມາຈາກ ບັນດາມະຫາວິທະຍາໄລອ້າຍນ້ອງ 25 ແຫ່ງ,  ຄະນະນໍາຂອງ ມພຕປທີ່ຢູ່ໂຮງຮຽນເປີດຢູ່ປັກກິ່ງ ແລະຕົວແທນຄູອາຈານແລະນັກສຶກສາອີກ 1000 ກວ່າຄົນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານ ວັງຕິ້ງຮົວ, ທ່ານ ອູຢຽນ, ທ່ານ ເຊິນເຕີໄຮ, ທ່ານ ລີລາມານີ ໂບເດີ, ທ່ານ ໂຫຊຸນຊິງ, ທ່ານ ຟາສລູນ ຄາຣິມ, ທ່ານນາງ ຊູ ຢິງຢິງ(Su Yingying)(ຫົວໜ້າສະຖາບັນອາຊີ) ໄດ້ພ້ອມກັນເປີດປ້າຍສະຖາບັນອາຊີ. ທ່ານ ວັງຕິ້ງຮົວ, ທ່ານໄຕປິ່ງ,ທ່ານ ອາຊິສ ແມກຄວາ, ທ່ານ ເຊຍຈິ່ນເຫວ(Xue Jinwei)(ອະດີດນັກສຶກສາ ມພຕປ ທັງເປັນອະດີດເອກອັກຄະລັດຖະທູດ ສປ ຈີນ ປະຈໍາປະເທດກາບົງແລະປະເທດກາເມີຣູນ),  ທ່ານນາງ ເປົາບອບເຊັນ, ທ່ານນາງ ຫຼີຮົງເຟີ່ງ(Li Hongfeng)( ຫົວໜ້າສະຖາບັນອາຝຣິກາ) ກໍໄດ້ພ້ອມກັນເປີດປ້າຍສະຖາບັນອາຝຣິກາ.




ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC