BEIJING FOREIGN

STUDIES UNIVERSITY

ທ່ານ Hamadi Hussein ລັດຖະມົນຕີກະຊວງສຶກສາທິການ UAE ຢ້ຽມຢາມ ມພຕປ

发布时间:2020-09-22

ໃນຕອນບ່າຍຂອງວັນທີ 20 ມິຖຸນາ, ທ່ານ Hamadi Hussein ລັດຖະມົນຕີກະຊວງສຶກສາທິການສະຫະນະຄອນອາເມຣັດ ອາຣັບ(UAE) ໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາ ໄລພາສາຕ່າງປະເທດປັກກິ່ງ (ມພຕປ). ທ່ານ Wang Dinghua ເລຂາຄະນະພັກ, ທ່ານ Yan Guohua ຮອງອະທິການບໍດີ ມພຕປ ໄດ້ຕ້ອນຮັບແລະພົບປະກັບທ່ານ Hussein ພ້ອມດ້ວຍຄະນະ.

ທ່ານ Wang Dinghua ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນພ້ອມທັງສະ ແດງຄວາມຂອບອົບຂອບໃຈມາຍັງຄອບຄົວຂອງກະສັດກໍຄືລັດຖະບານUAE ທີ່ໄດ້ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອຕໍ່ສະຖາບັນອາຣັບຂອງ ມພຕປ ໃນຫຼາຍປີທີ່ຜ່ານມາ. ເພິ່ນຍັງໄດ້ນໍາສະເໜີສະພາບການຫຼ້າສຸດຂອງການຂະຫຍາຍຕົວທາງດ້ານການສຶກສາຊັ້ນສູງຂອງປະ ເທດຈີນໃຫ້ຄະນະຜູ້ແທນຊາບ ເຊັ່ນດຽວກັນກັບສະພາບການຕ່າງໆຂອງມພຕປ ຄື ປະຫວັດສາດການກໍ່ສ້າງ ມພຕປ, ການກໍ່ສ້າງວິຊາສະເພາະ, ຮູບແບບການບໍາລຸງສ້າງບຸກຄະລາກອນໆລໆ, ທົບທວນຄືນຜົນສໍາເລັດທີ່ສະຖາບັນອາຣັບແລະສູນຄົ້ນຄວ້າອີສລາມແລະພາສາອາຣັບ Zayed ທີ່ຍາດມາໄດ້ໃນຊຸມປີທີ່ຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດ "ຫ້ອງສະໝຸດ Zayed", ຫວັງວ່າກະຊວງສຶກສາທິການ UAE ຈະເພີ່ມທະວີການສະໜັບສະໜູນໃຫ້ແກ່ ມພຕປ ເພື່ອໃຫ້ມີການຮ່ວມມືກັບມະຫາວິທະຍາໄລ ແລະຄັງປັນຍາຕ່າງໆຂອງUAE ເພື່ອຈະໄດ້ສ້າງ ສາ"ຫ້ອງສະໝຸດ Zayed" ໃຫ້ດີຂຶ້ນກວ່າເກົ່າ. ທ່ານ Wang Dinghua ຍັງໄດ້ເຊື້ອເຊີນ ທ່ານ Hussein ຈະມາຢ້ຽມຢາມ ມພຕປ ອີກ ໃນປີ 2021 ເພື່ອຈະເຂົ້າຮ່ວມງານສະເຫຼີມສະ ຫຼອງການສ້າງຕັ້ງ ມພຕປ ຄົບຮອບ  80 ປີ.

ທ່ານ Hussein ໄດ້ສະແດງຄວາມຂອບໃຈມາຍັງ ມພຕປ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ. ເພິ່ນໄດ້ທົບທວນຄືນຜົນສໍາເລັດຂອງການຮ່ວມມືໃນຂົງເຂດການສຶກສາທີ່ຍາດມາໄດ້ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນກັບ UAE, ທັງໄດ້ສະແດງຄວາມຊົມເຊີຍຕໍ່ ມພຕປ ໂດຍສະ ເພາະແມ່ນ ສະຖາບັນອາຣັບທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງການພົວພັນຮ່ວມມືໄມຕີຈິດມິດ ຕະພາບລະຫວ່າງຈີນກັບ UAE ໃນຂົງ ເຂດຕ່າງໆ. ເພິ່ນໄດ້ກ່າວວ່າກະຊວງສຶກສາທິການ UAE ຈະສະໜອງການສະໜັບສະໜູນແລະອໍານວຍຄວາມສະດວອກໃຫ້ແກ່ ມພຕປ ໃນການພັດທະນາກໍ່ສ້າງວິຊາສະເພາະແລະຫວ່ງວ່າຈະເພີ່ມທະວີການແລກປ່ຽນອີກກ້າວໜຶ່ງໃນການຮຽນການສອນພາສາຈີນກາງ, ການຄົ້ນຄວ້າພາກພື້ນກໍຄືປະເທດ, ການນໍາໃຊ້ປັນຍາປະດິດ ແລະດ້ານອື່ນໆເພື່ອຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງມະຫາວິທະ ຍາໄລແລະຄັງປັນຍາທັງສອງປະເທດ.

ທ່ານ Yan Guohua ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ແລະນໍາສະເໜີສະພາບການຂະຫຍາຍຕົວຂອງສະຖາບັນຂົງຈື ທີ່ ມພຕປ ໄດ້ສ້າງຕັ້ງຂຶ້ນຢູ່ ມະຫາວິທະຍາໄລ Zayed ພ້ອມທັງເຊື້ອເຊີນ ທ່ານ Hussein ໄປຢ້ຽມຢາມສະຖາບັນຂົງຈືໃນເວລາທີ່ສະດວກ ແລະ ສະໜັບສະໜູນສະຖາບັນຂົງຈຶໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອພັດທະນາໄດ້ດີກວ່າເກົ່າໃນອະນາຄົດ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC