BEIJING FOREIGN

STUDIES UNIVERSITY

ທ່ານ ໂຄໂນທ່າໂລ້ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນຢ້ຽມຢາມ ມພຕປ

发布时间:2020-09-22

ຕອນບ່າຍຂອງວັນທີ 13 ເມສານີ້, ທ່ານ ໂຄໂນທ່າໂລ້ (Tarō Kōno) ລັດະມົນຕີກະຊວງການຕ່າງປະ ເທດຍີ່ປຸ່ນໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ), ພ້ອມທັງໄດ້ພົບປະໂອ້ລົມນໍາຄູອາຈານແລະນັກສຶກສາຂອງສູນຄົ້ນຄວ້າຍີ່ປຸ່ນປັກກິ່ງ. ທ່ານ ວັງຕິ້ງຮົວ ເລຂາອົງຄະນະພັກ ມພຕປ  ແລະ ທ່ານ ເຈ້ຍເຕີຈົງ ຮອງອະທິການບໍດີ ໄດ້ພົບປະກັບຄະນະຜູ້ແທນດັ່ງກ່າວ.

ທ່ານ ວັງຕິ້ງຮົວ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ໂຄໂນທ່າໂລ້ ພ້ອມດ້ວຍຄະນະຢ່າງອົບອຸ່ນ, ພ້ອມທັງໄດ້ຊີ້ໃຫ້ເຫັນວ່າ, ການແລກປ່ຽນຮ່ວມມືລະຫວາງຈີນ-ຍີ່ປຸ່ນ ກໍາລັງກ້າວເຂົ້າສູ່ໄລຍະໃໝ່ໃນປະຫວັດສາດ. ໃນເດືອນ ມິຖຸນາ ປີນີ້, ກອງປະຊຸມສຸດຍອດ G20 ຈະຈັດຂຶ້ນຢູ່ທີ່ໂອຊາກ້າ(Osaka) ປະເທດຍີ່ປຸ່ນ. ການພົບ ປະຂອງການນໍາຂັ້ນສູງຂອງສອງປະເທດຍ່ອມ ຈະເຮັດໃຫ້ສາຍພົວພັນສອງຊາດຈີນ-ຍີ່ປຸ່ນ ໄດ້ຮັບການພັດທະ ນາໄປຂ້າງໜ້າອີກບາດກ້າວໜຶ່ງ. ການມາຢ້ຽມຢາມ ມພຕປ ຂອງ ທ່ານ ໂຄໂນທ່າໂລ້ ພ້ອມດ້ວຍຄະນະ ມີຄວາມໝາຍສໍາຄັນຕໍ່ການພັດທະນາຂອງການຄົ້ນຄວ້າ ແລະ ການແລກປ່ຽນລະຫວ່າງຈີນກັບຍີ່ປຸ່ນ. ໃນຊຸມປີຜ່ານມາ ມພຕປ ໄດ້ເພີ່ມທະວີການບໍາລຸງສ້າງ ບຸກຄະລາກອນໃຫ້ມີຄວາມສາມາດເກັ່ງໃນຫລາຍດ້ານ, ຊຸກຍູ້ມະຫາວິທະຍາໄລພັດທະນາໃນລະດັບສາກົນ, ໄດ້ມີການຮ່ວມມືກັບສະຖາບັນການສຶກສາ ຊັ້ນສູງອັນດັບຕົ້ນໆຫຼາຍແຫ່ງຂອງຍີ່ປຸ່ນ. ສູນຄົ້ນຄວ້າຍີ່ປຸ່ນນີ້ ແມ່ນສ້າງຂຶ້ນຮ່ວມກັນ ໂດຍກະຊວງສຶກສາທິການຈີນ ແລະ ມູນນິທິແລກປ່ຽນສາກົນຍີ່ປຸ່ນ, ແມ່ນອົງກອນສັງລວມອົງກອນດຽວ ທີ່ດໍາເນີນການຄົ້ນຄວ້າຍີ່ປຸ່ນ ແລະບໍາລຸງສ້າງນັກຄົ້ນຄວ້າລະດັບເໜືອ ປ.ໂທ. ເຊິ່ງແມ່ນລັດຖະບານຍີ່ປຸ່ນເປັນຜູ້ຮ່ວມມືກັບຕ່າງປະເທດພ້ອມກັນສ້າງຂຶ້ນມາ. 30 ປີຫລັງຈາກສ້າງຕັ້ງຂຶ້ນມາ, ພາຍໃຕ້ການສະໜັບສະໜູນຂອງສອງລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ, ສູນດັ່ງກ່າວນີ້ ໄດ້ສ້າງບຸກະລາກອນລະດັບສູງ ຄື ລະດັບ ປ.ທ, ປ.ອ ແລະ ອາຈານສອນພາສາ ແລະ ຄົ້ນຄວ້າຍີ່ປຸ່ນເປັນຈໍານວນ 1421 ຄົນ, ເຊິ່ງໄດ້ກາຍເປັນຕົວແບບ ໃນການຮ່ວມມືແລກປ່ຽນດ້ານ ວັດທະນະທໍາມະນຸດລະຫວ່າງຈີນກັບຍີ່ປຸ່ນ. ມພຕປ ຈະສືບຕໍ່ພະຍາຍາມຮ່ວມມືກັບ ມະຫາວິທະຍາໄລຍີ່ປຸ່ນ ແລະ ແວດວົງວິຊາການເພື່ອໃຫ້ກ້າວໜ້າຕື່ມໄປອີກບາດກ້າວໜຶ່ງ.

ທ່ານໂຄໂນທ່າໂລ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ມພຕປ ໃນການຕ້ອນຮັບ ການມາຢ້ຽມ ຢາມຂອງຄະນະເພີ່ນຢ່າງອົບອຸນ, ທ່ານຍັງໄດ້ກ່າວອີກວ່າ, ປີນີ້ແມ່ນການສະຖາປະນາສາທາລະນະລັດປະຊາ ຊົນຈີນຄົບຮອບ 70 ປີ, ຢູ່ທາງໃດກໍຮູ້ສຶກໄດ້ເຖິງຄວາມປິຕິຊົມຊື່ນ ຂອງປະຊາຊົນຈີນ ແລະ ຈີນກໍມີການປ່ຽນ ແປງທີ່ໜ້າເພີ່ງພໍໃຈໃນທຸກຫົນແຫ່ງ, ຖ້າປຽບທຽບ ເມືອ 40 ປີກ່ອນ ທີ່ເພີ່ນໄດ້ມາຢ້ຽມຢາມຈີນຄັ້ງທໍາອິດ ກັບປັດຈຸບັນແລ້ວ, ສປຈີນ ຖືວ່າມີການ ພັດທະນາປ່ຽນແປງແບບພິກແຜ່ນດິນປີ້ນແຜ່ນຟ້າພຸ້ນລະ. ໃນບົດກ່າວຂອງ ທ່ານ ໂຄໂນທ່າໂລ້ ໄດ້ເວົ້າເຖິງປະສົບການການຮຽນຢູ່ຕ່າງປະເທດຂອງຕົນເອງ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ໂດຍຜ່ານສາຍພົວພັນການຮ່ວມມືແລກປ່ຽນຢ່າງໃກ້ຊິດຕິດແທດລະຫວ່າງຊາວໜຸ່ມ, ແມ່ນສາມາດກະຕຸກຊຸກຍູ້ໃຫ້ຊາວໜຸ່ມລຸ້ນຕໍ່ໄປສາມາດເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ. ທ່ານຍັງຫວັງຢ່າງຍິ່ງວ່າ ໃນອະນາຄົດສູນດັ່ງກ່າວຈະສາມາດສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາສາຍສໍາພັນລະຫວ່າງສອງປະເທດຈີນ-ຍີ່ປຸ່ນຕື່ມອີກ.

ຫຼັງຈານນັ້ນ, ທ່ານ ໂຄໂນທ່າໂລ້ ໄດ້ພົບປະສົນທະນານໍານັກສຶກສາ ປ.ໂທ ແລະ ປ.ເອກ ເປັນຈໍານວນ 10 ທ່ານ. ນັກສຶກສາໄດ້ແນະນໍາກ່ຽວກັບຫົວຂໍ້ຄົ້ນຄວ້າ ແລະແຜນອະນາຄົດຂອງ ຕົນເອງໃນາຊີບ. ທ່ານ ໂຄໂນທ່າໂລ້ ໄດ້ໃຫ້ກໍາລັງໃຈນັກສຶກສາໃນການຕັ້ງໃຈຮໍ່າຮຽນ ເພື່ອ ໃຫ້ເກີດມີຄວາມກ້າວໜ້າ, ພ້ອມທັງໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການເຂົ້າ ອົກເຂົ້າໃຈເຊິ່ງກັນແລະກັນຂອງສອງປະເທດ ໂດຍຜ່ານການແລກປ່ຽນຖອດຖອນບົດຮຽນນໍາ ກັນ.

ໃນໄລຍະການຢ້ຽມຢາມ, ທ່ານ ວັງຕິ້ງຮົວ ແລະ ເຈ້ຍເຕີຈົງ ໄດ້ນໍາພາຄະນະຂອງທ່ານ ໂຄໂນທ່າໂລ້ໄປຢ້ຽມຊົມຫໍສະໝຸດຂອງສູນຄົ້ນຄວ້າພາສາຍີ່ປຸ່ນ, ຫ້ອງຮຽນການແປພ້ອມກັນ, ການວາງສະແດງພາບຖ່າຍພິເສດເພື່ອສະເຫຼີມສະຫຼອງການເຊັນສົນທິສັນຍາມິດຕະພາບຈີນ-ຍີ່ປຸ່ນຄົບຮອບ40ປີ(ສູນຄົ້ນຄວ້າຍີ່ປຸ່ນປັກກິ່ງ1995-2018)----ປະຫວັດການຮ່ວມມື ແລະ ແລກ ປ່ຽນ ລະຫວ່າງຈີນ-ຍີ່ປຸ່ນເປັນຕົ້ນ.



ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC