BEIJING FOREIGN

STUDIES UNIVERSITY

ທ່ານ ລີລາ ມານີ ເປົາດານ (Leela Mani Paudyal)ເອກອັກຄະລັດຖະທູດ ປະເທດເນປານ ທໍາການຢາມຢຽມ ມພຕປ

发布时间:2020-09-22

ຕອນບ່າຍຂອງວັນທິ 25 ມີນາ ທີ່ຜ່ານມາ, ທ່ານ ລີລາ ມານີ ເປົາດານ ເອກອັກຄະລັດ ຖະທູດ ເນປານ ປະຈໍາ ສປ ຈີນ ໄດ້ທໍາການຢ້ຽມຢາມ ມພຕປ, ທ່ານ ຢນກົວຮົວ ຮອງອະທິການ ບໍດີ ມພຕປ ໄດ້ຕ້ອນຮັບແລະພົບປະກັບຄະນະຜູ້ແທນດັ່ງກ່າວ.

ທ່ານ ເຢນກົວຮົວ ໄດ້ແນະນໍາກ່ຽວກັບການກໍ່ສ້າງວິຊາພາສາຕ່າງປະເທດຕ່າງໆໆ, ແນະ ນໍາຈຸດພິເສດຂອງການສຶກສາຂອງ ມພຕປ ພ້ອມທັງໄດ້ແນະນໍາສະພາບການສ້າງຕັ້ງຄະນະ ພາກວິຊາພາສາເນປານ. ທ່ານໄດ້ກ່າວວ່າ ນັບຕັ້ງແຕ່ທ່ານ ປຣະຈັນດາPrachandaນາຍົກລັດຖະມົນຕີປະເທດເນປານໄດ້ທໍາການຢ້ຽມ ຢາມ ແລະ ພ້ອມທັງໄດ້ໃຫ້ກຽດເປີດປ້າຍສູນຄົ້ນ ຄວ້າເນປານຂອງ ມພຕປ ເປັນຕົ້ນມາ, ພາກວິຊາພາສາເນປານ ແລະ ການຄົ້ນຄວ້າດ້ານຕ່າງໆ ທີ່ກ່ຽວຂ້ອງໄດ້ມີການພັດທະນາກ້າວຂຶ້ນຢ່າງເປັນລະບົບຄົບຊົບ.ມພຕປ ມີຄວາມຕ້ອງການຢາກ ເພີ່ມການຮ່ວມມືແລກປ່ຽນ ດ້ານວິຊາການກັບບັນດາມະຫາວິທະຍາໄລຊັ້ນສູງຂອງປະ ເທດເນປານ, ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ຄູອາຈານ ແລະ ນັກສຶກສາໄດ້ມີການພັດທະນາກ້າວໄປພ້ອມໆກັນ ແລະ ຜະລິດຜົນງານດ້ານການຄົ້ນຄວ້າໃຫ້ຫຼາຍຍິ່ງຂຶ້ນກວ່າເກົ່າ.

ທ່ານ ລີລາ ມານີ ເປົາານ ກ່າວວ່າ, ທາງສະຖານທູດຍາມໃດ ກໍຖືເອົາການພັດທະນາ ຄູອາຈານ ແລະ ນັກສຶກສາຂອງສາຂາວິຊາພາສາເນປານເປັນວຽກງານບູລິມາສິດຕະຫຼອດມາ, ຫວັງເພື່ອເປັນການຊ່ວຍເຫຼືອໃນການສ້າງການພົວພັນລະຫວ່າງ ມພຕປ ແລະ ບັນດາມະຫາວິທະຍາໄລຂອງເນປານ, ພ້ອມທັງເປັນການເພີ່ມທະວີການແລກປ່ຽນວັດທະນະທໍາ ແລະ ການຮ່ວມມືລະຫວ່າງມະຫາວິທະຍາໄລຂອງສອງປະເທດຈີນ-ເນປານ. ເນປານເອງ ກໍໄດ້ຮັບຜົນປະໂຫຍດຫຼາຍຢ່າງພາຍໃຕ້ການສະເໜີຂອງໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ”, ເນ ປານເອງກໍເປັນປະເທດເພື່ອນມິດທີ່ດີຂອງ ສປ ຈີນ ເປັນເວລາດົນນານ, ຫວັງວ່າຈະສາມາດຮຽນຮູ້ບົດຮຽນຂອງການພັດທະນາຢ່າງວ່ອງໄວຂອງ ສປ ຈີນ, ເຊື່ອໝັ້ນວ່າ ນັກສຶກສາທີ່ຈົບຈາກ ມພຕປ ໃຜໆກໍສາມາດກາຍເປັນທູດໄມຕີຈິດລະຫວ່າງເນປານ-ຈີນ.

ທ່ານ ລີລາ ມານີ ເປົາານ ໄດ້ຂຶ້ນບັນຍາຍປາຖະກະຖາຫົວຂໍ້ “ສາຍພົວພັນດ້ານວັດທະນາທໍາຈີນ-ເນ ປານ” ທີ່ຫໍສະໝຸດຂອງ ມພຕປ. ການບັນຍາຍປາຖະກະຖາຄັ້ງນີ້ ມີຜູ້ເຂົ້າຮັບຟັງເກືອບໜຶ່ງຮ້ອຍຄົນ ທີ່ມີຄວາມສົນໃຈດ້ານວັດທະນະທໍາຂອງເນປານ ເຊິ່ງໃນນັ້ນມີທັງຄູອາຈານ ແລະ ນັກສຶກສາທີ່ມາຈາກພາກວິຊາພາ ສາເນປານ, ນັກສຶກສາເນປານທີ່ສຶກສາຮໍ່າຮຽນທີ່ປັກກິ່ງ ແລະ ນັກສຶກສາທີ່ມາຈາກພາຍໃນ ແລະ ນອກຮົ້ວຂອງພຕປກໍໄດ້ເຂົ້າຮ່ວມຮັບຟັງເຊັ່ນດຽວກັນ.

ທ່ານນາງຄີ່ຈິ້ງ ຫົວໜ້າຫ້ອງການການແລກປ່ຽນແລະການຮ່ວມມືສາກົນ ແລະ ທ່ານ ມາ ຈົ່ງອູ ຮອງຫົວໜ້າສະຖາບັນອາຊີ-ປາຊີຟິກຂອງ ມພຕປ ກໍໄດ້ເຂົ້າຮ່ວມການພົບປະຄັ້ງນີ້.

   


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC