BEIJING FOREIGN

STUDIES UNIVERSITY

ອະດີດນັກສຶກສາ

发布时间:2019-05-07

ຕະຫລອດ74ປີທີ່ສ້າງຕັ້ງ ມພຕປເປັນຕົ້ນມາ, ທາງມະຫາວິທະຍາໄລໄດ້ບຳລຸງສ້າງນັກສຶກສາທີ່ພົວພັນກັບຕ່າງປະເທດທີ່ດີເດັ່ນຫລາຍກວ່າ90.000ຄົນຜູ້ທີ່ເຄືອນໄຫວໃນທຸກຂົງເຂດວຽກງານ ຄື ວຽກງານທາງການທູດ,ການທະຫານ,ກົດຫມາຍ,ການເງີນ,ວິສາຫະກິດ, ສື່ສານມວນຊົນ,ການສຶກສາແລະວຽກງານອື່ນອີກຫລາກຫລາຍຂະແຫນງການ, ໄດ້ປະກອບສ່ວນອັນຕັ້ງຫນ້າເຂົ້າໃນການພັດທະນາພາລະກິດທຸກປະການຂອງປະເທດ.

ສະມາຄົມອະດີດນັກສຶກສາເກົ່າມີວັດຖຸປະສົງຄືເພີ່ມທະວີການຕິດຕໍ່ລະຫວ່າງອະດີດນັກສຶກສາກັບມະຫາວິທະຍາໄລ ແລະລະຫວ່າງອະດີດນັກສຶກສາດ້ວຍກັນ ເຊິ່ງມີຜົນດີຕໍ່ການບໍລິການເຜີຍແຜ່ມະຫາວິທະຍາໄລແລະການຕິດຕໍ່ອະດີດນັກສຶກສາ.

ປີ 2006

ສະມາຄົມອະດີດນັກສຶກສາເຊ່ຍເຫມິນ ມພຕປ ສ້າງຕັ້ງຂຶ້ນໃນເດືອນເມສາ

ປີ 2007

ສະມາຄົມອະດີດນັກສຶກສາຊ່ຽງໄຮ້ ມພຕປ ສ້າງຕັ້ງຂຶ້ນໃນເດືອນພຶດສະພາປ

ປີ 2007

ສະມາຄົມອະດີດນັກສຶກສາມາເກົ້າ ມພຕປ ສ້າງຕັ້ງຂຶ້ນໃນເດືອນເມສາ

ປີ 2008

ສະມາຄົມອະດີດນັກສຶກສາຢູນຫນານ ມພຕປ ສ້າງຕັ້ງຂຶ້ນໃນເດືອນມີຖຸນາ

ປີ 2012

ອະດີດນັກສຶກສາເຂດCBDປັກກິ່ງ ມພຕປ ສ້າງຕັ້ງຂຶ້ນໃນເດືອນທັນວາ

ປີ 2013

ສະມາຄົມອະດີດນັກສຶກສາ ມພຕປ ສ້າງຕັ້ງຂຶ້ນຢ່າງເປັນທາງການໃນເດືອນທັນວາ

ປີ 2014

ສະມາຄົມອະດີດນັກສຶກສາຝຣັ່ງສ້າງຕັ້ງຂຶ້ນເດືອນມັງກອນ

ປີ 2014

ສະມາຄົມອະດີດນັກສຶກສາກວາງຕຸ້ງສ້າງຕັ້ງຂຶ້ນເດືອນທັນວາ

ປີ 2015

ສະມາຄົມອະດີດນັກສຶກສາຮົງກົງສ້າງຕັ້ງຂຶ້ນເດືອນເມສາ

ປີ 2015

ສະມາຄົມອະດີດນັກສຶກສາອາເມລິກາເຫນືອສ້າງຕັ້ງຂຶ້ນເດືອນພຶດສະພາ

ໃນຫົກເດືອນຕົ້ນປີ 2015

ກະຊວງການຕ່າງປະເທດ,ກະຊວງການຄ້າ,ສໍານັກຂ່າວຊິນຫົວ,ສະຖານີໂທລະພາບແຫ່ງຊາດຈີນ,ຫນັງສືພີມລາຍວັນຈີນ,ສະຖານີວິທະຍຸສາກົນແລະສຳນັກງານອື່ນໆໄດ້ພາກັນສ້າງຕັ້ງໜ່ວຍງານເພື່ອຕິດຕໍ່ປະສານງານຂອງອະດີດນັກສຶກສາ,ສະມາຄົມອະດີດນັກສຶກສາສ້າງກິດຈະການໄດ້ຮັບການສ້າງຕັ້ງຂຶ້ນ.

“ບ່ອນໃດມີທຸງສີແດງຫ້າດາວປິວສະບັດຢູ່ເທິງຫນ້າດິນຂອງໂລກ,ບ່ອນນັ້ນກໍລ້ວນແຕ່ມີເງົາຂອງອະດີດນັກສຶກສາມພຕປ”ທີ່ນີ້,ພວກຂ້າພະເຈົ້າຍິນດີຕ້ອນຮັບອະດີດນັກສືກສາຈາກທົ່ວໂລກທີ່ມີຄວາມຫ້າວຫັນປະກອບສ່ວນເຂົ້າໃນການສ້າງຕັ້ງວຽກງານຂອງສະມາຄົມອະດີດນັກສຶກສາ,ບໍ່ວ່າຈະຢູ່ສຸດຫລ້າຟ້າຂຽວ,ພວກຂ້າພະເຈົ້າຫວັງວ່າຕ້ອງມີມື້ໃດຫນື່ງທີ່ຄົນມພຕປຈະຄົ້ນພົບຫນ້າບ້ານທີ່ອະດີດມະຫາໄລສ້າງໄວ້ໃຫ້ບັນດາອະດີດນັກສຶກສາ,ຈະຮູ້ສຶກໄດ້ເຖິງຄວາມເອົາໃຈໃສ່,ຄວາມຮັກຄວາມອົບອຸ່ນທັງຫມົດທີ່ອະດີດມະຫາໄລມີຕໍ່ບັນດາອະດີດນັກສຶກສາ.ອະດີດມະຫາໄລແມ່ນຄູ່ຮ່ວມເດີນທາງຂອງບັນດາອະດີດນັກສຶກສາໄປຕະຫລອດຊີວິດ,ບ່ອນໃດມີອະດີດມະຫາໄລ,ບ່ອນນັ້ນກໍ່ມີຄົນມພຕປ.

ຫ້ອງການອະດີດນັກສຶກສາ:http://xyh.bfsu.edu.cn/

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC