BEIJING FOREIGN

STUDIES UNIVERSITY

INTRODUCTION

发布时间:2019-05-07

ຮູບແບບ ແລະ ໄລຍະການສຶກສາ

ມພຕປ ໄດ້ແບ່ງອອກເປັນສອງພາກຮຽນໃນແຕ່ລະປີຮຽນເຊັ່ນ:ພາກຮຽນລະດູໃບໄມ້ປົ່ງ ແລະ ພາກຮຽນລະດູໃບໄມ້ຫລົ່ນ.ພາກຮຽນລະດູໃບໄມ້ຫລົ່ນແມ່ນເລີ່ມຕົ້ນແຕ່ຊ່ວງເປີດສົກປີຮຽນໃຫມ່,ຕາມທໍາມະດາແມ່ນເລີ່ມຕົ້ນແຕ່ຕົ້ນເດືອນກັນຍາຈົນຮອດຊ່ວງໄລຍະກາງເດືອນມັງກອນຂອງປີຕໍ່ມາ.ພາກຮຽນລະດູໃບໄມ້ປົ່ງແມ່ນເລີ່ມຈາກທ້າຍເດືອນກຸມພາຈົນຮອດຊ່ວງກາງເດືອນກໍລະກົດ,ແຕ່ລະປີມີຊ່ວງໄລຍະປິດພາກຮຽນສອງຄັ້ງຄື:ພາກຮຽນລະດູຫນາວແລະພາກຮຽນລະດູຮ້ອນ.ພາກຮຽນລະດູຮ້ອນພັກທັງຫມົດມີສອງເດືອນ(ເດືອນກໍລະກົດແລະເດືອນສິງຫາ).ສ່ວນພາກຮຽນລະດູຫນາວແມ່ນຂ້ອນຂ້າງສັ້ນ,ທໍາມະດາແລ້ວພັກຢູ່ປະມານສີ່ອາທິດແລະຕໍ່ເນື່ອງກັບຊ່ວງພັກບຸນກຸດຈີນ.ຊ່ວງໄລຍະປິດພາກຮຽນລະດູຫນາວແລະພາກຮຽນລະດູຮ້ອນ,ທາງມະຫາວິທະຍາໄລຍັງໄດ້ເປີດສອນພາສາຈີນຫລັກສູດໄລຍະສັ້ນ.

ການສຶກສາໃນລະບົບ

1. ຫລັກສູດລະດັບປະລິນຍາຕີແມ່ນລະບົບສີ່ປີ,ສໍາເລັດຕາມລະບຽບເນື້ອໃນໂຄງການສິດສອນ,ຜ່ານການປ້ອງກັນບົດວິທະຍານິພົນຈົບຊັ້ນ,ສາມາດໄດ້ຮັບໃບປະກາດສະນິຍະບັດ,ຜູ້ທີ່ມີເງື່ອນໄຂສອດຄ່ອງກັບລະບຽບການຈົບປະລິນຍາຕີແມ່ນໄດ້ຮັບໃບຍັ້ງຢືນຈົບຊັ້ນປະລິນຍາຕີ.

2. ຫລັກສູດລະດັບປະລິນຍາໂທລະບົບສອງຫລືສາມປີໂດຍກໍານົດຕາມສາຂາວິຊາຮຽນ.ຮຽນຮ່ວມກັບນັກສຶກສາຈີນ,ເກັບເຕັມຫນ່ວຍກິດ,ສໍາເລັດບົດວິທະຍານິພົນຈົບຊັ້ນ,ຜ່ານການປ້ອງກັນບົດວິທະຍານິພົນຈົບຊັ້ນ,ສາມາດໄດ້ຮັບໃບປະກາດສະນິຍະບັດແລະໃບຍັ້ງຍືນຈົບຊັ້ນປະລິຍາໂທ.

3. ຫລັກສູດລະດັບປະລິນຍາເອກລະບົບສາມປີ,ເກັບເຕັມຫນ່ວຍກິດ,ບັນລຸຄະແນນຜົນການຄົ້ນຄວ້າ,ສໍາເລັດບົດວິທະຍານິພົນຈົບຊັ້ນລະດັບປະລິນຍາເອກ,ຜ່ານການປ້ອງກັນບົດວິທະຍານິພົນຈົບຊັ້ນ,ສາມາດໄດ້ຮັບໃບປະກາດສະນິຍະບັດແລະໃບຍັ້ງຍືນຈົບຊັ້ນລະດັບປະລິນຍາເອກ.

ການສຶກສານອກລະບົບ

  1. ການບໍາລຸງທົ່ວໄປ:ຫລັກສູດການຮຽນແຕ່ເຄິ່ງປີເຖິງຫນຶ່ງປີ,ສາມາດຕໍ່ໄລຍະ ການຮຽນໄດ້ຕາມເງື່ອນໄຂທີ່ເຫມາະສົມ,ບໍາລຸງວິຊາພາສາຈີນຫລືວີຊາອື່ນຕາມທີ່ກຳນົດໄວ້ໃນກົດລະບຽບ,ພາຍຫລັງຫມົດອາຍຸການຮຽນແລ້ວຕ້ອງໄດ້ຜ່ານການສອບເສັງຈຶ່ງສາມາດຮັບໃບຢັ້ງຢືນສໍາເລັດການສຶກສາໄດ້.

  2. ການບໍາລຸງໄລຍະສັ້ນ:ປະຈຸບັນເປີດແຕ່ຫ້ອງບໍາລຸງພາສາຈີນໄລຍະສັ້ນ.ເຫມາະສົມສໍາລັບນັກສຶກສາຕ່າງປະເທດທີ່ຢາກສະໝັກມາທັດສະນະສຶກສາ, ສໍາຜັດກັບພາສາແລະວັດທະນະທໍາຈີນໃນໄລຍະສັ້ນ.ຕາມປົກກະຕິຊ່ວງປິດພາກຮຽນລະດູຮ້ອນມີການຮຽນແປດອາທິດ,ສີ່ອາທິດແລະສາມອາທິດ;ຊ່ວງປິດພາກຮຽນລະດູຫນາວມີການຮຽນສີ່ອາທິດ(ກໍານົດຕາມສະພາບການສະຫມັກໃນແຕ່ລະປີ),ເວລາຮຽນແມ່ນແຕ່ວັນຈັນຮອດວັນສຸກ,ຕອນບ່າຍສອນພາສາຈີນ,ຕອນແລງສອນວັດທະນະທໍາຈີນ,ຄຽງຄູ່ກັນນີ້ຍັງມີການຈັດກິດຈະກໍາທ່ອງທ່ຽວພາຍໃນນະຄອນຫລວງປັກກິ່ງຫນຶ່ງເທື່ອໃນທຸກອາທິດ.ຫລັງຈາກນັກສຶກສາເຂົ້າຮຽນແລ້ວກໍຈະໄດ້ຮັບບັດປະຈໍາຕົວນັກສຶກສາຕ່າງປະເທດຂອງມະຫາວິທະຍາໄລ,ພາຍຫລັງສໍາເລັດການສຶກສາ,ຈະໄດ້ຮັບໃບຢັ້ງຢືນການສຶກສາຈາກມພຕປ.

ຂັ້ນຕອນການຍື່ນສະໝັກ ແລະ ການຕອບຮັບ

  1. ການຍື່ນສະຫມັກ: ນັກສຶກສາສາມາດເຂົ້າໄປສະຫມັກເທິງເວັບໄຊ(http://study.bfsu.edu.cn)ຕາມເວລາທີ່ກໍານົດ,(ພາກຮຽນລະດູໃບໄມ້ຫລົ່ນເລີ່ມເປີດຮັບສະຫມັກແຕ່ຊ່ວງກາງເດືອນເມສາຮອດຕົ້ນເດືອນມິຖຸນາ;ພາກຮຽນລະດູໃບໄມ້ປົ່ງເລີ່ມເປີດຮັບສະຫມັກແຕ່ຊ່ວງກາງເດືອນຕຸລາຮອດຕົ້ນເດືອນມັງກອນຂອງປີຕໍ່ມາ),ຜູ້ສະຫມັກຕ້ອງສົ່ງຫນັງສືຜ່ານແດນພ້ອມກັບໃບປະກາດສະນິຍະບັດທີ່ກ່ຽວຂ້ອງກັບສາຂາວິຊາຮຽນຂອງຕົນ,ໃນຊ່ວງໄລຍະນີ້,ມະຫາວິທະຍາໄລຈະກວດກາເອກະສານຄໍາຮ້ອງສະຫມັກ ແລະ ຈະແຈ້ງໃຫ້ທ່ານປະກອບເອກະສານທີ່ຍັງບໍ່ຄົບຖ້ວນ.ທາງມະຫາວິທະຍາໄລຈະມີການຈັດຕັ້ງການສອບເສັງ.ທ່ານສາມາດກວດສອບ ແລະຕິດຕາມຄວາມຄືບຫນ້າຂອງການສະຫມັກໃນເວັບໄຊ.

  2. ການຕອບຮັບ: ຖ້າຫາກວ່າທ່ານຜ່ານການຄັດເລືອກ,ທາງມະຫາວິທະຍາໄລຈະຈັດສົ່ງ “ໃບຕອບຮັບ”, “ແບບຟອມສະໝັກເຮັດວິຊ້າ(visa)ມາຈີນສໍາລັບນັກສຶກສາຕ່າງປະເທດ(ແບບຟອມJW202)”, “ຈົດຫມາຍເຖິງນັກສຶກສາໃຫມ່ ”ແລະເອກະສານຕ່າງໆທີ່ກ່ຽວຂ້ອງ,ນັບແຕ່ມື້ສໍາເລັດການຕອບຮັບຈົນຮອດມື້ຈັດສົ່ງເອກະສານທີ່ກ່ຽວຂ້ອງຢ່າງຫນ້ອຍຕ້ອງໃຊ້ເວລາສີ່ເຖິງຫ້າອາທິດ

ກ່ຽວກັບທີ່ພັກອາໄສ

ມພຕປມີຫໍພັກທີ່ໄດ້ມາດຕະຖານໄວ້ໃຫ້ນັກສຶກສາຕ່າງປະເທດໄດ້ເລືອກ

ຖ້າໃນກໍລະນີທ່ານບໍ່ພັກອາໄສຢູ່ຫໍພັກຂອງມະຫາວິທະຍາໄລ, ຕ້ອງຕິດຕໍ່ຊອກຫາທີ່ພັກກ່ອນລົງທະບຽນແລະໃຫ້ເຈົ້າຂອງທີ່ພັກ ພາໄປສະຖານີຕໍາຫລວດທ້ອງຖິ່ນເພື່ອເຮັດໃບຍັ້ງຢືນທີ່ຢູ່,ເວລາສະເຫນີໂຕຕ້ອງມີໃບຢັ້ງຢືນຈາກສະຖານີຕໍາຫລວດທ້ອງຖິ່ນຈຶ່ງສາມາດເຮັດວິຊ້າ ແລະ ເອກະສານເຂົ້າຮຽນໄດ້.

ຄ່າຮຽນ

ສາຂາວິຊາຮຽນ

ລະດັບການສຶກສາ

ຄ່າຮຽນ

ຄ່າລົງທະບຽນ/H4>





ໃນລະບົບ




ວິຊາສະເພາະພາສາຈີນ

ປະລິນຍາຕີ

12150ຢ໋ວນ/ເທີມຮຽນ

400ຢ໋ວນ

22150ຢ໋ວນ/ປີຮຽນ


ປະລິນຍາໂທ

27000ຢ໋ວນ/ປີຮຽນ

800ຢ໋ວນ

ວິຊາສະເພາະອື່ນ

ປະລິນຍາຕີ

26000ຢ໋ວນ/ປີຮຽນ

800ຢ໋ວນ


ປະລິນຍາໂທ

27150ຢ໋ວນ/ປີຮຽນ

800ຢ໋ວນ


ປະລິນຍາໂທສະຖາບັນແປພາສາ ຊັ້ນສູງ

30000ຢ໋ວນ/ປີຮຽນ

800ຢ໋ວນ


ປະລິນຍາເອກ

34000ຢ໋ນ/ປີຮຽນ

800ຢ໋ວນ

ນອກລະບົບ




ວິຊາສະເພາະພາສາຈີນ

ບໍາລຸງທົ່ວໄປ

11150ຢ໋ວນ/ເທີມຮຽນ

400ຢ໋ວນ

21150ຢ໋ວນ/ປີຮຽນ

WELCOME TO OUR BFSU

ONLINE REGISTRATION

it doesn't take a genius to start and also can become the best person

CLICK HERE

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC